ທະຫານຊາຍແດນກອງທັບປະຊາຊົນຫວຽດນາມ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ເວລາອອກຂ່າວ: 2020-05-19 09:03:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ: ![]()
ໃນວັນທີ 15 ພຶດສະພາ 2020 ຢູ່ທີ່ດ່ານສາກົນເກົ້າແຈວ-ນ້ຳ
ພ້າວແຂວງຮ່າຕີງ ສສ ຫວຽດ
ນາມ ສະຫາຍ ພົນຈັດຕະວາ
ເລວັນຝຸກ ຮອງຫົວໜ້າກອງບັນ ຊາການທະຫານຊາຍແດນກະ ຊວງປ້ອງກັນປະເທດຫວຽດນາມ
ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງ ອຸປະກອນຊ່ວຍເຫຼືອຕ້ານເຊື້ອ
ພະຍາດໂຄວິດ-19 ມາມອບໃຫ້ ກໍາລັງປ້ອງກັນຊາຍແດນ ປກຊ-ປກສ ລາວ. ເຊິ່ງມີ ສະຫາຍ ພັນ ເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະ ຊວງ ປກສ, ສະຫາຍ ພັນເອກ ອຸ່ນ
ຄຳ ສີແຫວນວົງສັກ ຮອງຫົວ ໜ້າກົມທະຫານຊາຍແດນ ກົມ ໃຫຍ່ເສນາທິການກອງທັບ ພ້ອມ
ດ້ວຍຄະນະ. ເຄື່ອງທີ່ນຳມາມອບ ໃນຄັ້ງນີ້ປະກອບມີ: ໜ້າກາກອະ ນາໄມ ຈຳນວນ 30.000 ອັນ, ເຈວລ້າງມື 1.500 ກ່ອງ, ຊຸດ ປ້ອງກັນເຊື້ອພະຍາດໂຄວິດ 3.000 ຊຸດ ແລະ ເຄື່ອງອຸປະໂພກ-ບໍລິໂພກອີກຈຳນວນໜຶ່ງລວມ
ມູນຄ່າ 600. 000. 000 ດົງ (ສະ
ກຸນເງິນຫວຽດນາມ).
ໂອກາດນີ້ ສະຫາຍ ພັນເອກ ເພັງສະຫວັນ ທິບພະວົງໄຊ ໄດ້ ສະແດງຄວາມຂອບໃຈຕໍ່ຄະນະ
ນຳກອງບັນຊາການທະຫານຊາຍ ແດນກະຊວງປ້ອງກັນປະເທດ
ຫວຽດນາມທີ່ໄດ້ນຳເອົາເຄື່ອງ ດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ
ຈະນຳເອົາເຄື່ອງດັ່ງກ່າວໄປ ນຳໃຊ້ເຂົ້າໃນການປ້ອງກັນພະ
ຍາດໂຄວິດ-19 ຕາມຄວາມມຸ່ງ
ປະສົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















