ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຣັດເຊຍ ທົດລອງລູກສອນໄຟຄວາມໄວກວ່າສຽງ
ເວລາອອກຂ່າວ: 2020-05-20 10:02:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 677 | ຄວາມນິຍົມ:



ຕາມຂ່າວຈາກໜັງສືພິມກອງ ທັບປະຊາຊົນຫວຽດນາມໃຫ້ຮູ້ ວ່າ: ກອງທັບອາກາດຣັດເຊຍໄດ້ ທົດລອງຍິງລູກສອນໄຟຄວາມ ໄວກວ່າສຽງ ເຊິ່ງເປັນລຸ້ນທີ່ມີຄຸນນະພາບການທໍາລາຍເປົ້າ ໝາຍສູງ ທີ່ຕິດຕັ້ງໃສ່ເຮືອບິນຖິ້ມ ລະເບີດລຸ້ນ Tu-22M3. ຕາມແຫຼ່ງຂ່າວຍັງໃຫ້ຮູ້ອີກ ວ່າ: ໂຄງການພັດທະນາລູກສອນໄຟ ລຸ້ນນີ້ ກອງທັບຣັດເຊຍໄດ້ໃຫ້ ການເອົາໃຈໃສ່ເປັນພິເສດເພື່ອທີ່ຈະໃຫ້ເໝາະສົມໃນການຕິດຕັ້ງ ໃສ່ ເຮືອບິນຖິ້ມລະເບີດລຸ້ນຕ່າງໆ ຂອງຣັດເຊຍໂດຍສະເພາະແມ່ນ ລຸ້ນ Tu-22M3 ທີ່ມີໃນປັດຈຸບັນກອງທັບອາກາດຣັດເຊຍ. ຫຼັງຈາກຂ່າວກ່ຽວກັບການ ທົດລອງລູກສອນໄຟລຸ້ນໃໝ່ຂອງ ຣັດເຊຍໄດ້ຖືກເຜີຍແຜ່, ຜູ້ຊ່ຽວ ຊານທາງດ້ານການທະຫານ ຫຼາຍຝ່າຍຂອງສາກົນໄດ້ມີ ຄວາມເຫັນວ່າ: ລູກສອນໄຟ ຄວາມໄວກວ່າສຽງລຸ້ນໃໝ່ ຂອງຣັດເຊຍເປັນລຸ້ນທີ່ມີການພັດ ທະນາໃຫ້ເປັນລູກສອນໄຟນໍາວີຖີ ແລະ ປະສິດຕິພາບການທໍາລາຍ ເປົ້າໝາຍສູງ ເຊິ່ງມີຊື່ເອີ້ນກັນວ່າ ( GZUP ) ລູກສອນໄຟລຸ້ນນີ້ຖ້າທຽບໃສ່ລູກສອນໄຟລຸ້ນ ກ່ອນຈະມີຄວາມໄວເຖິງ 6 ເທົ່າ, ປະສິດຕິພາບການຍິງໄດ້ຮັບຜົນ ປະມານ 1.500 ກິໂລແມັດ ແລະ ເປັນລຸ້ນທີ່ມີຄວາມກະທັດຮັດ ດ້ວຍຄວາມຍາວ 6 ແມັດ, ນ້ໍາໜັກ 1,5 ໂຕນ. ຈຸດປະສົງຫຼັກຂອງໂຄງການ ແມ່ນສ້າງລູກສອນໄຟທີ່ມີຄວາມໄວສູງພ້ອມທັງຍົກລະດັບໃຫ້ເປັນ ລູກສອນໄຟນໍາວິຖີເພື່ອຍິງຕ້ານທໍາລາຍເປົ້າໝາຍທາງທະເລເຊັ່ນ ກໍາປັ່ນຮົບຂອງຝ່າຍກົງກັນຂ້າມ ແລະ ໃນອະນາຄົດໂຄງການຈະ ຜະລິດລູກສອນໄຟລຸ້ນດັ່ງກ່າວ ອອກສູ່ຕະຫຼາດອາວຸດສາກົນໃຫ້ ໄດ້ປະມານ 50 ລູກຕໍ່ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ