ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງ ທະຫານນະຄອນຫຼວງວຽງຈັນອອກແຮງງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ
ເວລາອອກຂ່າວ: 2020-05-27 15:24:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ໃນວັນທີ 22 ພຶດສະພາ 2020 ນີ້, ພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ ໄດ້ພ້ອມກັນສ້າງຂະ ບວນການອອກແຮງງານລວມ ຢູ່ຕາມຂອບເຂດຂອງກົມກອງ ເປັນຕົ້ນແມ່ນອະນາໄມອ້ອມ ຂ້າງຕຶກຫ້ອງການ ກອງບັນ ຊາການ, ສະໂມສອນ, ຫ້ອງ ສະໝຸດ-ມູນເຊື້ອ, ສວນດອກ ໄມ້ ແລະ ເສັ້ນທາງເຂົ້າກອງ ບັນຊາການ, ທັ້ງນີ້, ກໍເພື່ອເປັນ ການສ້າງໃຫ້ກົມກອງມີຄວາມ ສະອາດຈົບງາມ ແລະ ທຳ ລາຍແຫຼ່ງເພາະພັນທີ່ຢູ່ອາໄສ ຂອງຍຸງລາຍໃຫ້ໝົດໄປ, ພ້ອມ ນັ້ນຍັງເປັນການສ້າງຂະບວນ ການເພື່ອຂໍ່ານັບຮັບຕ້ອນວັນ ສຳຄັນຕ່າງໆ ຂອງຊາດ-ຂອງພັກ ເວົ້າລວມ ເວົ້າສະ ເພາະຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ທົ່ວອົງຄະນະພັກກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນ ມໍ່ໆນີ້ ໃຫ້ມີຄວາມໝາຍຄວາມ ສຳຄັນ ແລະ ມີບັນຍາກາດຟົດ ຟື້ນຢ່າງແຂງແຮງ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ