ເຜີຍແຜ່ຍຸດທະສາດຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຢູ່ກອງພັນໃຫຍ່ 641
ເວລາອອກຂ່າວ: 2020-05-28 09:58:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ກອງພັນ ໃຫຍ່ 641 ໄດ້ເປີດກອງປະຊຸມ ເຜີຍແຜ່ຍຸດທະສາດຕ້ານການສໍ້ ລາດບັງຫຼວງ (ສະບັບປັບປຸງ) ຢູ່ ສະໂມສອນຂອງກົມກອງ, ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ຈັນດີ ສຸລິວົງ ສັກ ຄະນະພັກກົມໃຫຍ່ການເມືອງ ກອງທັບ, ຫົວໜ້າກົມກວດກາ ກະ ຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນໃຫຍ່ 641 ພ້ອມ ຍຄະນະ, ມີບັນດານັກວິຊາການ ຂອງກົມກວດກາ ກະຊວງປ້ອງ ກັນປະເທດ, ຄະນະພັກຮາກ ຖານ, ໜ່ວຍພັກຮາກຖານຂຶ້ນກັບ ຄະນະພັກຮາກຖານ, ໜ່ວຍພັກ, ພະແນກການ ພ້ອມບັນດາຫົວ ໜ້າຂະແໜງການທົ່ວກອງພັນ ໃຫຍ່ 641 ເຂົ້າຮ່ວມ.
ໃນກອງປະຊຸມນັກວິຊາການ ຂອງກົມກວດກາກະຊວງປ້ອງ ກັນປະເທດ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີວ່າ ດ້ວຍ ການຮັບຮອງ ແລະ ປະ ກາດໃຊ້ຍຸດທະສາດຕ້ານການ ສໍ້ລາດບັງຫຼວງຮອດປີ 2020 ອີງຕາມກົດໝາຍວ່າດ້ວຍ ການ ຕ້ານການສໍ້ລາດບັງຫຼວງ ສະບັບ ເລກທີ 03/ສພຊ ລົງວັນທີ 19 ພຶດສະພາ 2005, ອີງຕາມກົດ ໝາຍວ່າດ້ວຍ ການກວດກາລັດ ສະບັບເລກທີ 02/ສພຊ ລົງວັນທີ 02 ກໍລະກົດ 2007 ແລະ ອີງ ຕາມມະຕິຕົກລົງກອງປະຊຸມລັດ ຖະບານສະໄໝສາມັນ ປະຈຳ ເດືອນກັນຍາ 2012 ສະບັບເລກ ທີ 10/ລບ ລົງວັນທີ 09 ຕຸລາ 2012 ແລະ ໄດ້ຜ່ານລັດຖະດຳ ລັດຂອງປະທານປະເທດ ລົງວັນ ທີ 17 ມັງກອນ 2013 ກ່ຽວກັບ ການປະກາດໃຊ້ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ), ຕາມລັດຖະທຳ ມະນູນ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໝວດ ທີ VI ມາດຕາ 67 ຂໍ້ 01, ເຊິ່ງ ກົດໝາຍວ່າດ້ວຍ ການຕ້ານການ ສໍ້ລາດບັງຫຼວງ (ສະບັບປັບປຸງ) ລວມມີ 10 ໝວດ 64 ມາດຕາ.
ຈຸດປະສົງຂອງການເຜີຍແຜ່ ໃນຄັ້ງນີ້ເພື່ອແນໃສ່ເຮັດໃຫ້ ແນວ ທາງແຜນນະໂຍບາຍຂອງພັກ, ລະບຽບການ, ຂໍ້ກຳນົດ, ກົດ ໝາຍໃຫ້ມີຄວາມສັກສິດ ແລະ ເດັດຂາດ ທັງຮັບປະກັນມີຄວາມ ເປັນເອກະພາບໃນການຈັດຕັ້ງປະ ຕິບັດໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ເພື່ອເຮັດ ໃຫ້ວຽກງານດັ່ງກ່າວມີຄວາມ ເຂັ້ມແຂງສາມາດດຳເນີນໄດ້ຢ່າງ ມີປະສິດທິພາບ ເຫັນໄດ້ດ້ານດີ ແລະ ດ້ານຕັ້ງໜ້າ, ດ້ານອ່ອນຂໍ້ ຄົງຄ້າງ, ການລະເມີດຂອງບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ມີມາດຕະການຕ້ານສະກັດ ກັ້ນປະກົດການຕ່າງໆ ແລະ ເພື່ອ
ເຮັດໃຫ້ພະນັກງານ, ນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 641 ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດ ໝາຍວ່າດ້ວຍ ການຕ້ານການສໍ້ ລາດບັງຫຼວງ (ສະບັບປັບປຸງ), ເພື່ອເປັນບ່ອນອີງໃຫ້ແກ່ການປະ ຕິບັດພາລະໜ້າທີ່ ການດຳລົງຊີ ວິດຢ່າງປອດໃສ ເຂັ້ມແຂງ ໜັກ ແໜ້ນ, ມີຄວາມເປັນເອກະພາບ ພາຍໃນ, ມີເຈດຈຳນົງ ແລະ ອຸ ດົມການທີ່ຖືກຕ້ອງ.
ໂດຍ: ກອງເພັດ ຄຳມາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















