ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຣັດເຊຍ ຈະສະເຫຼີມສະຫຼອງວັນໄຊຊະນະຟາດຊິດຄົບຮອບ 75 ປີ ຄັ້ງຍິ່ງໃຫຍ່
ເວລາອອກຂ່າວ: 2020-06-02 10:30:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ຕາມຂ່າວຈາກໜັງສືພິມກອງ ທັບປະຊາຊົນຫວຽດນາມໃຫ້ ຮູ້ວ່າ: ທ່ານ ວາລາດີເມຍ ປູຕີນ ໄດ້ ອະນຸມັດຈັດຕັ້ງພິທີສະເຫຼີມສະ ຫຼອງວັນໄຊຊະນະຟາດຊິດຄົບ ຮອບ 75 ປີ ຢ່າງຍິງໃຫຍ່ ຢູ່ນະ ຄອນຫຼວງມົດສະກູ ແລະ ບັນດາ ຕົວເມືອງໃຫຍ່ຂອງຣັດເຊຍໃນ ວັນທີ 24 ມີຖູນາ ທີ່ຈະມາເຖິງ. ຕາມມູນເຊື້ອທີ່ຜ່ານມາ ຂອງ ຣັດເຊຍ ການສະເຫຼີມສະຫຼອງ ວັນໄຊຊະນະດັ່ງກ່າວແມ່ນຈະຈັດ ຕັ້ງໃນວັນທີ 9 ພຶດສະພາຂອງ ແຕ່ລະປີ ແຕ່ປີນີ້ການຈັດງານສະ ເຫຼີມສະຫຼອງໄດ້ແກ່ຍາວຮອດ ເດືອນມີຖຸນາ ຍ້ອນການລະ ບາດຂອງພະຍາດໂຄວິດ -19 . ໃນສະພາບການທີ່ທົ່ວໂລກ ພວມໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຍັງບໍ່ສາມາດຄວບຄຸມໄດ້ ຢ່າງເຕັມສ່ວນດັ່ງນັ້ນ, ທ່ານ ວາ ລາດີເມຍ ປູຕີນ ຈິ່ງໄດ້ເໜັ້ນໜັກເຖິງແຕ່ລະພາກສ່ວນທີ່ເຂົ້າຮ່ວມ ໃນການສະເຫຼີມສະຫຼອງຄັ້ງນີ້ ພ້ອມດ້ວຍປະຊາຊົນທຸກຄົນຕ້ອງ ມີການປ້ອງກັນຢ່າງເຂັ້ມງວດ ເພື່ອແນໃສ່ຮັກສາສຸກະພາບຂອງ ບັນດາພາກສ່ວນ ແລະ ປະຊາຊົນ ເປັນບັນຫາສຳຄັນອັນດັບໜຶ່ງ. ກະຊວງປ້ອງກັນປະເທດຣັດ ເຊຍ ໄດ້ຖະແຫຼງການ, ການຈັດຕັ້ງ ກຳລັງ ແລະ ພາຫະນະເຂົ້າຮ່ວມ ສະເຫຼີມສະຫຼອງ ສວນສະໜາມ ວັນໄຊຊະນະຟາດຊິດຄົບຮອບ 75 ປີ ຄັ້ງນີ້ ຈະມີຈຳນວນທະຫານ 15.000 ຄົນ, ພາຫະນະສູ້ຮົບ ທາງໜ້າດິນ ແລະ ອາກາດລວມ ທັງໝົດ 375 ຄັນ, ໃນນັ້ນ ຈະ ມີເຮືອບິນສູ້ຮົບລຸ້ນໃໝ່ ແລະ ອຸປະ ກອນທາງການທະຫານລຸ້ນໃໝ່ ຫຼາຍຢ່າງເຂົ້າຮ່ວມສວນສະໜາມ ໃນຄັ້ງນີ້ເຊັ່ນ: ລົດຕັງລຸ້ນ BMPT T-15 ທີ່ອອກແບບການສູ້ຮົບທີ່ມີຄວາມທັນສະໄໝສູງ ພ້ອມດ້ວຍ ລູກສອນໄຟປ້ອງກັນອາກາດລຸ້ນ S-300V4, S-350 Vityaz, ປືນໃຫຍ່ປ້ອງກັນອາກາດ ລຸ້ນ Derivasia-PVO ແລະ ອຸ ປະກອນທາງການທະຫານລຸ້ນ ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ