ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

WHO ປະກາດສ້າງຕັ້ງມູນນິທິ ເພື່ອລະດົມທຶນຊ່ວຍເຫຼືອການສະກັດກັ້ນພະຍາດລະບາດ
ເວລາອອກຂ່າວ: 2020-06-02 10:31:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ:



ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພານີ້ວ່າ: ທ່ານ ທານດີຊາຍ ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ ໄດ້ປະກາດການສ້າງຕັ້ງມູນນິທິ ເພື່ອລະດົມທຶນຊ່ວຍເຫຼືອຄວາມ ທ້າທາຍດ້ານສຸຂະພາບທົ່ວໂລກ. ທ່ານ ທານດີຊາຍ ກ່າວໃນກອງ ປະຊຸມຂ່າວວີດີໂອໃນມື້ດຽວກັນ ວ່າການສ້າງຕັ້ງມູນນິທິແມ່ນ ການລະດົມທຶນ ນັບແຕ່ບຸກຄົນ ແລະ ອົງການ ຫຼື ຄູ່ຮ່ວມງານຖື ວ່າເປັນບາດກ້າວ ”ປະຫວັດ ສາດ” ຂອງ WHO. ທ່ານ ເນັ້ນ ໜັກວ່າ ງົບປະມານ 20% ໃນງົບ ປະມານຂອງ WHO ແມ່ນມາ ຈາກມູນຄ່າທີ່ຖືກປະເມີນຂອງ ບັນດາປະເທດສະມາຊິກການຄ້າ ຕ່າງໆ, ເປັນການປະກອບສ່ວນ ແບບສະໝັກໃຈ, ການບໍລິຈາກ ປົກກະຕິແລ້ວແມ່ນຖືກກຳນົດ ຢ່າງເຂັ້ມງວດ ແລະ ມີການວາງ ແຜນງານສະເພາະ ໃນການນຳໃຊ້ ກອງທຶນໃຫ້ຖືກຕ້ອງ. ຈຸດປະສົງຫຼັກຂອງການສ້າງ ຕັ້ງໃນຄັ້ງນີ້ກໍເພື່ອເປັນບາດກ້າວ ໃນການບັນລຸພາລະກິດ ສົ່ງເສີມ ດ້ານສຸຂະພາບ, ເພື່ອຮັບປະກັນ ຄວາມໝັ້ນຄົງຂອງໂລກ. ໂດຍ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ເຈນີວາ ປະເທດແບນຊິກ, ກອງ ທຶນນີ້ຈະສະໜັບສະໜູນຄວາມ ຕ້ອງການດ້ານສາທາລະນະສຸກ ທົ່ວໂລກ. ກອງທຶນໃຫ້ຄຳໝັ້ນ ສັນຍາວ່າ ຄາດໝາຍໃນການລະ ດົມທຶນ ແມ່ນຕ້ອງບັນລຸເປົ້າໃຫ້ ໄດ້ຕາມເປົ້າໝາຍ ”ສາມຕື້ ” ໂດ ລາສະຫະລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ