ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫວຽດນາມ-ຟີລິບປິນແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ໃນພື້ນຖານທາມກາງສະພາບການໂຣກລະບາດໂຄວິດ-19
ເວລາອອກຂ່າວ: 2020-06-02 10:33:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ມີການໂອ້ລົມທາງໂທລະສັບກັບ ທ່ານ ໂດຣິໂກ ດູເຕີເຕ ປະທານາ ທິບໍດີ ຟີລິບປີນ ເພື່ອແລກປ່ຽນ ກ່ຽວກັບການຮ່ວມມືສອງຝ່າຍ ແລະ ພາກພື້ນໃນສະພາບການ ໂຣກລະບາດໂຄວິດ-19. ທ່ານ ນາຍົກລັດຖະມົນຕີ ຫວຽດນາມເນັ້ນໜັກເຖິງລະດັບ ຄວາມສຳຄັນຂອງການຮ່ວມມື ສາກົນໃນສະພາບການປັດຈຸບັນ, ແລະ ສະແດງຄວາມຂອບໃຈຕໍ່ ການສະໜັບສະໜູນ ແລະ ການ ປະກອບສ່ວນຢ່າງຕັ້ງໜ້າຂອງ ຟີລິບປິນ ເຂົ້າໃນຜົນສຳເລັດຂອງ ກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນ+3 ທາງອອນລາຍ ກ່ຽວກັບການຮັບມືກັບໂຣກລະ ບາດໂຄວິດ-19 ທ່ານ ນາຍົກລັດ ຖະມົນຕີ ຫວຽດນາມສະເໜີ ໃຫ້ສອງປະເທດມີມານະພະ ຍາຍາມຍົກສູງວົງເງິນການຄ້າ ສອງຝ່າຍໃຫ້ຫຼາຍກວ່າເກົ່າ ອີກ, ຈຳກັດການນຳໃຊ້ບັນດາ ມາດຕະການປ້ອງກັນດ້ານການ ຄ້າ, ຫວຽດນາມ ພ້ອມແລ້ວທີ່ຈະ ເປັນແຫຼ່ງສະໜອງເຂົ້າສານໃນ ໄລຍະຍາວ ແລະ ເປັນປົກກະຕິ ໃຫ້ຟີລິບປິນ ດ້ວຍລະດັບລາຄາ ແກ້ງແຍ້ງ. ສ່ວນທ່ານປະທານາທິບໍດີຟີ ລິບປິນ ຖື ຫວຽດນາມ ແມ່ນແບບ ຢ່າງທີມີປະສິດທິຜົນໃນການ ປ້ອງກັນ, ສະກັດກັ້ນໂຣກລະ ບາດໂຄວິດ-19; ຕີລາຄາສູງ ບົດບາດນຳພາຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ປີ 2020 ຕາມເນື້ອໃນ ຈິດໃຈຫົວຂໍ້ທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ການນຳສອງຝ່າຍໄດ້ເຫັນດີ ເປັນເອກະພາບຍູ້ແຮງການພົວ ພັນສອງຝ່າຍຢ່າງແທດຈິງ, ຍົກ ສູງປະສິດທິຜົນການຮ່ວມມືໃນ ທຸກໆຂົງເຂດ; ເຫັນດີສືບຕໍ່ເພີ່ມ ທະວີການສົມທົບກັນ, ສະໜັບສະ ໜູນກັນຢູ່ບັນດາກອງປະຊຸມເວ ທີປາໄສຫຼາຍຝ່າຍ. ການນຳສອງ ຝ່າຍໄດ້ເນັ້ນໜັກເຖິງຄວາມສຳ ຄັນຂອງການສືບຕໍ່ເພີ່ມທະວີ ຄວາມສາມັກຄີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ