ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງຄົ້ນຄວ້າວິທະຍາສາດ-ປະຫວັດສາດ ວພກ ຈັດກິຈະກຳຖາມ-ຕອບຄວາມຮູ້ຮອບຕົວ
ເວລາອອກຂ່າວ: 2018-12-10 09:08:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2018 ນີ້, ຫ້ອງຄົ້ນຄວ້າວິທະຍາສາດ- ປະຫວັດສາດການທະຫານວິ ທະຍາຄານພະລາທິການກອງ ທັບ ໄດ້ຈັດກິດຈະກຳຖາມ- ຕອບ ຄວາມຮູ້ຮອບຕົວຂຶ້ນຢູ່ທີ່ສະ ໂມສອນກົມກອງຂອງຕົນ ໂດຍ ການໃຫ້ກຽດເຂົ້າຮ່ວມເປັນ ປະທານຂອງພັນເອກ ບຸນກ້ຽງ ວົງສາລາດ ເລຂາຄະນະພັກ ຫົວ ຫນ້າການເມືອງວິທະຍາຄານພະ ລາທິການກອງທັບ, ມີບັນດາສະ ຫາຍຄະນະພັກ-ຄະນະບັນຊາ 6 ຫ້ອງ ແລະ 2 ກອງພັນຕະຫຼອດ ຮອດນັກສຶກສາ ແລະ ນັກແຂ່ງ ຂັນເຂົ້າຮ່ວມຢ່າງພ້ອມພຽງ. ພັນໂທ ຄຳບໍ ສໍສຳພັນ ຫົວ ໜ້າພະແນກຄົ້ນຄວ້າວິທະຍາ ສາດ-ປະຫວັດສາດ ຫ້ອງຄົ້ນ ຄວ້າໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນ ການຈັດກິດຈະກຳຄັ້ງນີ້ແມ່ນ ເປັນການເປີດກວ້າງການຄົ້ນ ຄວ້າ ແລະ ສົ່ງເສີມການຂຽນ- ການອ່ານໃຫ້ພະນັກງານ-ນັກຮົບ ໂດຍສະເພາະແມ່ນນັກຮຽນ-ນັກ ສຶກສາ ໄດ້ມີໂອກາດຊອກຮູ້ຮໍ່າ ຮຽນຊອກຫາບັນດາຂໍ້ມູນຂ່າວ ສານ, ທິດສະດີຫລັກການແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດໃນຫໍສະໝຸດ-ຫໍມູນ ເຊື້ອຂອງກົມກອງ ເພື່ອເປັນບ່ອນ ອີງໃນການຄົ້ນຄວ້າຮໍ່າຮຽນວິຊາ ສະເພາະຂອງຕົນ. ການແຂ່ງຂັນຄັ້ງນີ້ລວມມີ 8 ພາກສ່ວນເຂົ້າຮ່ວມປະກອບມີ ທີມຫ້ອງຄົ້ນຄວ້າ, ຫ້ອງການ ເມືອງ, ຫ້ອງການວິທະຍາຄານ, ຫ້ອງອົບຮົມ, ຫ້ອງພະລາທິການ, ຫ້ອງເຕັກນິກ, ກອງພັນທີ 1 ແລະ ກອງພັນທີ 2. ຜ່ານການແຂ່ງ ຂັນຕົວຈິງໄດ້ຮັບລາງວັນຊະນະ ເລີດແມ່ນທີມຫ້ອງເຕັກນິກ, ທີ 2 ແມ່ນຫ້ອງພະລາທິການ, ທີ 3 ແມ່ນທີມຫ້ອງຄົ້ນຄວ້າ ແລະ ທີ 4 ແມ່ນທີມກອງພັນທີ 2. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ