ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ຈັດຕັ້ງສາຍຟີມຮູບເງົາ ມູນເຊື້ອວັນຊາດໃຫ້ພະນັກ-ງານນັກຮົບ
ເວລາອອກຂ່າວ: 2018-12-10 09:10:30 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ກົມໃຫຍ່ການເມືອງກອງ ທັບ ໄດ້ຈັດຕັ້ງສາຍຟີມຮູບເງົາ ມູນເຊື້ອວັນຊາດທີ 2 ທັນວາ ແລະ ເລື່ອງຊາດຮຽກຮ້ອງໃນວັນທີ 7 ທັນວາ 2018 ນີ້ ໂດຍມີຄະນະ ພັກ-ຄະນະບັນຊາຈາກບັນດາກົມ, ຫ້ອງການ, ກອງ ພ້ອມດ້ວຍພະ ນັກງານ-ນັກຮົບອ້ອມຂ້າງ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມຊົມຢ່າງພ້ອມພຽງ. ການສາຍຮູບເງົາມູນເຊື້ອ ວັນປະຫວັດສາດສຳຄັນຂອງ ຊາດໃນຄັ້ງນີ້ ກໍເພື່ອແນໃສ່ສຶກ ສາອົບຮົມເຮັດໃຫ້ພະນັກງານ- ນັກຮົບຮັບຮູ້ເຊື່ອມຊຶມກຳແໜ້ນ ຕື່ມກ່ຽວກັບຄວາມໝາຍຄວາມ ສຳຄັນມູນເຊື້ອວັນປະຫວັດສາດ ສຳຄັນຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ເຊິ່ງເປັນເຫດການສຳຄັນຂອງ ຊາດລາວ, ສ່ອງແສງໃຫ້ເຫັນ ການຕໍ່ສູ້ກູ້ຊາດອັນພິລາດອາດ ຫານຂອງປະຊາຊົນບັນດາເຜົ່າ ພາຍໃຕ້ການຊີ້ນຳຂອງພັກປະ ຊາຊົນ ປະຕິວັດລາວ ໃນພາລະ ກິດຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ຈົນສາມາດປົດປ່ອຍປະ ເທດຊາດ ໄດ້ຢ່າງມີໄຊ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍໃນວັນທີ 2 ທັນ ວາ ປີ 1975. ໂດຍ: ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ