ມອບໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ໃຫ້ບັນດາໜ່ວຍຊາວໜຸ່ມຮາກຖານທົ່ວທະຫານແຂວງວຽງຈັນ
ເວລາອອກຂ່າວ: 2020-06-17 09:30:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 602 | ຄວາມນິຍົມ: ![]()
ໃນວັນທີ 11 ມິຖຸນາ ນີ້, ພະ ແນກຊາວໜຸ່ມກອງບັນຊາການ ທະຫານແຂວງວຽງຈັນ ໄດ້ຈັດ ພິທີມອບໃບຢັ້ງຢືນນາມມະຍົດ ຊາວໜຸ່ມ 4 ບຸກໃຫ້ບັນດາໜ່ວຍ ຊາວໜຸ່ມກົມກອງຮາກຖານທົ່ວ ທະຫານແຂວງວຽງຈັນ ຮອບທີ 1, 2, 3 ປະຈໍາປີ 2019 ໂດຍ
ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ຄໍາເຄນ ອຸດ ຕະມາ ຮອງເລຂາຄະນະພັກ ຫົວ
ໜ້າການເມືອງ ກອງບັນຊາການ
ທະຫານແຂວງວຽງຈັນ, ມີຄະນະ ພັກອົງການ 5 ຫ້ອງ, ກົມກອງ ອ້ອມຂ້າງ, ຄະນະໜ່ວຍຊາວ ໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າ ຮ່ວມ.
ສະຫາຍ ພັນຕີ ນາງ ສີດາ ອິນ
ທະວົງ ຮອງຫົວໜ້າພະແນກ ຊາວໜຸ່ມ ທະຫານແຂວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ມອບໃບຢັ້ງຢືນນາມມະຍົດຊາວ ໜຸ່ມ 4 ບຸກ ປະຈຳປີ 2019, ອີງ
ຕາມບົດແນະນຳຂອງເລຂາຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ ສະ ບັບເລກທີ 421/ລຂ ລົງວັນທີ 28
ກໍລະກົດ 2016 ວ່າດ້ວຍການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງ
ສູນກາງຊາວໜຸ່ມປະຊາຊົນປະ ຕິ
ວັດລາວ, ອີງຕາມຜົນການກວດ ກາຕີລາຄາຂອງຄະນະຮັບຜິດ ຊອບຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຊາວໜຸ່ມ 4 ບຸກຂອງຄະນະບໍລິ ຫານງານຊາວໜຸ່ມແຂວງວຽງ ຈັນ ແລະ ອີງຕາມການສະເໜີ ຂອງ ພະແນກຊາວໜຸ່ມທະຫານ ແຂວງວຽງຈັນ, ກ່ຽວກັບການຂໍໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກໃຫ້ໜ່ວຍຊາວໝຸ່ມບັນດາກົມ ກອງຮາກຖານໃນກຳລັງທ້ອງ ຖິ່ນທະຫານແຂວງວຽງຈັນປະ ຈຳປີ 2019. ເພື່ອເປັນການຢັ້ງ ຢືນໃນການເຄື່ອນໄຫວເຮັດໜ້າທີ່ ວຽກງານໄລຍະຜ່ານມາ, ທັງເປັນ ການຕີລາຄາຜົນໄດ້ຮັບການຈັດ ຕັ້ງປະຕິບັດໃນແຕ່ລະດ້ານຂອງ ບັນດາຄະນະຮັບຜິດຊອບແຕ່ລະ ຂັ້ນ, ສະມາຊິກຊາວໜຸ່ມແຕ່ລະ ສະຫາຍຕໍ່ກັບຜົນສຳເລັດດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ຈຶ່ງຕົກລົງມອບ ໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ສົກປີ 2019 ໃຫ້ບັນດາໜ່ວຍ
ຊາວໜຸ່ມ ທົ່ວທະຫານແຂວງວຽງ
ຈັນ ຮອບທີ I ລວມມີ 13 ໜ່ວຍຄື: ໜ່ວຍຊາວໜຸ່ມຫ້ອງການເມືອງ, ຫ້ອງພະລາທິການ, ຫ້ອງການ ບໍລິຫານ, ຫ້ອງເສນາທິການ, ກອງປະຕິບັດງານ 219, ກອງ ຮ້ອຍຜະລິດ, ກອງປະຕິບັດງານ 304, ໂຮງຮຽນທະຫານທ້ອງ ຖິ່ນ, ກອງພັນ 103, ກອງພັນ 432, ກອງພັນ 102, ກອງຮ້ອຍ
239 ແລະ ກອງຮ້ອຍທະຫານ ຊາຍແດນ 232, ຮອບທີ II ມີ 1 ໜ່ວຍຄື: ໜ່ວຍຊາວໜຸ່ມໂຮງໝໍ 30 ຕຽງ, ສ່ວນຮອບທີ III ມີ 5 ໜ່ວຍຄື: ໜ່ວຍຊາວໜຸ່ມ ກອງຮ້ອຍ 203, ກອງຮ້ອຍ 231, ກອງຮ້ອຍ 201, ກອງພັນ 614 ແລະ ໜ່ວຍຊາວໜຸ່ມຫ້ອງເຕັກ ນິກ ຄຽງຄູ່ກັບຜົນງານດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນຍັງໄດ້ມອບໃບ ຍ້ອງຍໍໃຫ້ຄະນະໜ່ວຍຊາວໜຸ່ມ ທີ່ມີຜົນງານໃນການຊີ້ນໍາ-ນໍາພາ
ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈຳນວນ 64 ສະຫາຍຕື່ມອີກ. ໂດຍແມ່ນ ສະຫາຍ ພັນເອກ ຄຳ ເຄນ ອຸດຕະມາ ແລະ ສະຫາຍ ພັນ
ໂທ ຄໍາແພງ ແສງທະພັນ ຜັດ ປ່ຽນກັນຂຶ້ນມອບຕາມລຳດັບ ຢ່າງສົມກຽດ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















