ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີ-ມອບຮັບ ໂຄງການກໍ່ສ້າງຫ້ອງການກອງຮ້ອຍທະຫານຊາຍແດນ 134 ທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2018-12-10 09:15:52 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 13934 | ຄວາມນິຍົມ:



ໂຄງການກໍ່ສ້າງຫ້ອງການ ກອງຮ້ອຍຊາຍແດນ 134 ທະ ຫານແຂວງຫຼວງນຳ້ທາ ໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ຕົ້ນເດືອນ ມີຖຸນາ 2018 ຜ່ານມາ, ເຊິ່ງ ມາຮອດປັດຈຸບັນ ສຳເລັດແລ້ວ 100% ພ້ອມທັງໄດ້ຈັດພິທີ ມອບ-ຮັບ ໃນວັນທີ 3 ທັນວາ 2018 ນີ້, ໂຄງການກໍ່ສ້າງ ຫ້ອງການກອງຮ້ອຍດັ່ງກ່າວ ເປັນອາຄານແບບຖາວອນເສົາ ເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນ ຈີ່, ຫຼັງຄາໂຄງເຫຼັກ, ມຸງດ້ວຍ ຊີແພກ, ເພດານຫຍີບຊຳ້, ປະ ກອບດ້ວຍລະບົບ, ໄຟຟ້າ, ນຳ້ ປະປາ, ເຄື່ອງເຟີນີເຈີຄົບຊຸດ, ມີເນື້ອທີ່ການກໍ່ສ້າງ 1, 333 ຕາ ແມັດ ປະກອບມີຫ້ອງການ 1 ຫຼັງ, ເຮືອນນອນ 2 ຫຼັງ, ສະໂມ ສອນ 1 ຫຼັງ, ເຮືອນຄົວກິນ 1 ຫຼັງ, ກະລາລົດ 1 ຫຼັງ, ສາງເກັບ ມ້ຽນເຄື່ອງ 1 ຫຼັງ, ອ່າງເກັບນຳ້ 1 ອ່າງ, ຈັກໄຟຟ້າສຳຮອງ 1 ເຄື່ອງ, ເດີ່ນກີລາ ແລະ ກຳແພງ ອ້ອມຄ້າຍລວມມູນຄ່າການກໍ່ ສ້າງທັງໝົດ 11.830.00 ຢວນ ສະກຸນເງິນຈີນ ໂດຍແມ່ນທຶນ ຊ່ວຍເຫຼືອລ້າຈາກກະຊວງປ້ອງ ກັນປະເທດແຫ່ງ ສປ ຈີນ ຕາມອາ ນຸສັນຍາ ວ່າດ້ວຍການຊ່ວຍເຫຼືອ ລ້າທາງດ້ານການທະຫານລະ ຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງ ປ້ອງກັນປະເທດແຫ່ງ ສປ ຈີນ ຫຼັງ ຈາກການພົບປະ ແລະ ກວດກາ ຊາຍແດນຮ່ວມຂອງສອງລັດ ຖະມົນຕີກະຊວງປ້ອງກັນປະ ເທດໃນປີ 2017 ຜ່ານມາ. ເຊິ່ງກ່າວມອບໂດຍສະຫາຍ ພັນເອກ ພິເສດ ຫວາງເຫວີຍ ຮອງຫົວໜ້າກອງບັນຊາການກໍ່ ສ້າງເຄຫາສະຖານການທະຫານ ທີ່ຕ່າງປະເທດ ແລະ ກ່າວຮັບ ໂດຍສະຫາຍ ພັນເອກ ດວງມາ ລາ ຮອງຫົວໜ້າກົມຊາຍແດນ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໂດຍຊ້ອງໜ້າຝ່າຍ ຈີນມີທ່ານພັນເອກ ພິເສດ ເຊີນ ຍົງຈິງ ທີ່ປຶກສາທູດຈີນປະຈໍາ ສປປ ລາວ, ຝ່າຍລາວມີທ່ານ ບຸນຍີ ແກ້ວຄູນເມືອງ ຮອງເຈົ້າ ແຂວງໆຫຼວງນຳ້ທາ, ທ່ານພົນ ຈັດຕະວາ ອິ່ນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງຫຼວງນໍ້າ ທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງປະເທດເຂົ້າຮ່ວມເປັນ ສັກຂີພະຍານ. ໃນພິທີສະຫາຍພັນເອກ ພິເສດ ເຊີນຍົງຈິງ ທີ່ປຶກສາທູດຈີນປະ ຈໍາ ສປປ ລາວ ແລະ ທ່ານພັນ ເອກ ດວງມາລາ ຮອງຫົວໜ້າ ກົມ ຊາຍແດນ ກະຊວງປ້ອງ ກັນປະເທດລາວໄດ້ກ່າວວ່າ: ສອງຊາດລາວ-ຈີນ, ຈີນ-ລາວ ເຄີຍມີມູນເຊື້ອຄວາມສາມັກຄີຮັກ ແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານຍາມໃດປະ ຊາຊົນສອງຊາດກໍຖືເປັນເພື່ອນ ມິດ ແລະ ເປັນຄູ່ຮ່ວມຍຸດທະສາດ ທີ່ດີ ເຊິ່ງໂຄງການກໍ່ສ້າງກອງ ຮ້ອຍຊາຍແດນ 134 ນີ້ ເປັນ ຂອງຂວັນທີ່ລໍ້າຄ່າຈາກພັກ, ລັດ ແລະ ກອງທັບປະຊາຊົນຈີນມອບ ໃຫ້ພັກ, ລັດ ແລະ ກອງທັບປະ ຊາຊົນລາວ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ, ເປັນໂຄງ ການຮ່ວມມືທີ່ສອງກອງທັບ ລາວ-ຈີນ ສືບຕໍ່ຖືເອົາຄວາມ ເອກະພາບຂອງຜູ້ນຳສູງສຸດຂອງ ສອງພັກ, ລັດ, ກອງທັບລາວ-ຈີນ ທີ່ວ່າ: ຮ່ວມສ້າງສາການພົວ ພັນຄູ່ຮ່ວມຊາຕະກໍາທີ່ບໍ່ສາມາດ ຕັດແຍກອອກຈາກກັນ ແລະ ມີ ຄວາມໝາຍຍຸດທະສາດເປັນທິດ ຊີ້ນຳບັນຊາ, ສົ່ງເສີມກັນຢ່າງ ຕັ້ງໜ້າເຂົ້າໃນການເສີມຂະ ຫຍາຍສາຍພົວພັນຄູ່ຮ່ວມມືຍຸດ ທະສາດຮອບດ້ານສອງຊາດ ລາວ-ຈີນ ທີ່ຊ່ວຍເຫຼືອແລະສ້າງ ຜົນປະໂຫຍດເຊິ່ງກັນ ແລະ ກັນ. ຈາກນັ້ນກໍໄດ້ລົງນາມເຊັນບົດ ບັນທຶກຮ່ວມກັນ ພ້ອມທັງຕັດ ແຖບຜ້າເປີດນຳໃຊ້ຫ້ອງການ ກອງຮ້ອຍດັ່ງກ່າວຢ່າງເປັນ ທາງການ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ