ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ຫວຽດນາມຜ່ານເຂົ້າຮອບຊິງຊະນະເລີດ ເຕະບານຊຸຊຸກິຄັບ 2018
ເວລາອອກຂ່າວ: 2018-12-10 10:14:46 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349219433 | ຄວາມນິຍົມ:



ການແຂ່ງຂັນເຕະບານເອ ເອັຟເອັຟຊຸຊຸກິຄັບ 2018 ນັດທີ2​ ຮອບຮອງຊະນະເລີດລະຫວ່າງ ທີມຊາດຫວຽດນາມ ເປີດບ້ານ ຮັບການມາຢາມຂອງຟີລິບປິນ ໃນວັນທີ 6 ທັນວາ 2018 ຫຼັງ ນັດທຳອິດຫວຽດນາມບຸກໄປ ຊະນະ 2-1 ປະຕູ ເຮັດໃຫ້ນັດນີ້ ຂໍພຽງສະເໝີຈະເຂົ້າຮອບຊີງຊະ ນະເລີດທັນທີ. ຜ່ານການແຂ່ງ ຂັນປາກົດວ່າ: ຫວຽດນາມ ຍັງ ໂດດເດັ່ນກວ່າໄດ້ 2 ປະຕູລວດ ໃນນາທີທີ 87, ກ່ອນທີ່ຟີລິບປິນ ຈະໄດ້ປະຕູຕີໄຂ່ແຕກໃນນາ ທີທີ 89 ຈົບເກມຫວຽດນາມເອົາ ຊະນະ 2-1 ປະຕູ ເຮັດໃຫ້ລວມ ຜົນ 2 ນັດ ຫວຽດນາມ ເອົາຊະ ນະໄປ 4-2 ປະຕູ ຜ່ານເຂົ້າຮອບ ຊີງຊະນະເລີດຕາມຄາດ. ທີມຊາດຫວຽດນາມຜ່ານເຂົ້າ ຮອບຊີງຊະນະເລີດຈະໄປພົບກັບ ມາເລເຊຍ ທີ່ເຂ່ຍໄທພົ້ນທາງ, ເຊິ່ງຈະແຂ່ງຂັນ 2 ນັດເຊັ່ນເຄີຍ ໂດຍນັດທໍາອິດແຂ່ງຂັນໃນວັນທີ 11 ທີ່ບ້ານຂອງມາເລເຊຍ ແລະ ນັດທີ 15 ທັນວາ 2018 ທີ່ບ້ານ ຂອງຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ