ກຸ່ມຜະລິດຄົບວົງຈອນເລກ 1 ກອງທັບຮ່ວມກັບວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ຈັດຕັ້ງພິທີປ້ອງກັນບົດຈົບຊັ້ນ
ເວລາອອກຂ່າວ: 2020-07-01 08:50:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ: ![]()
ວັນທີ 25 ມິຖຸນາ 2020, ກຸ່ມຜະລິດຄົບວົງຈອນ ເລກ 1
ກອງທັບ ຮ່ວມກັບວິທະຍາໄລເຕັກ ນິກກະສິກໍາ ດົງຄໍາຊ້າງ ຈັດຕັ້ງພິ ທີປ້ອງກັນບົດຈົບຊັ້ນຂອງນັກສຶກ ສາຫຼັກສູດຊັ້ນສູງ, ສາຂາວິຊາ ລ້ຽງສັດ ແລະ ປູກຝັງ, ພາຍໃຕ້ ການເປັນປະທານ ຂອງ ສະຫາຍ ພັນໂທ ສຸບັນ ດວງຕາວິໄລ ຮອງ ຫົວໜ້າກຸ່ມຜະລິດຄົບວົງຈອນ ເລກ 1 ກອງທັບ ແລະ ທ່ານ ກົມ
ກອນ ສຸດທິຈັກ ຮອງຜູ້ອໍານວຍ
ການວິທະຍາໄລເຕັກນິກກະສິກໍາ ດົງຄໍາຊ້າງ, ພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງທັງສອງພາກ ສ່ວນ, ຕະຫຼອດຮອດນັກສຶກສາ ທີ່ລົງເຝິກງານຢູ່ກຸ່ມຜະລິດຄົບ ວົງຈອນ ເລກ 1 ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນຕີ ດວງ ໃຈ ສີສຸວັນນະລາດ ຫົວໜ້າພະ ແນກລ້ຽງສັດ-ປູກພືດ, ກຸ່ມຜະລິດ ຄົບວົງຈອນ ເລກ 1 ໄດ້ລາຍງານ ຫຍໍ້ສະພາບການຈັດຕັ້ງປະຕິບັດ ການລົງເຝິກງານຂອງນັກສຶກສາ ສົກປີ 2019-2020 ນີ້. ເຊິ່ງມີ ນັກສຶກສາທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນລົງພາກ ປະຕິບັດຕົວຈິງຢູ່ໜ່ວຍງານຟາມ ລ້ຽງໝູພໍ່ແມ່ພັນ 6 ສະຫາຍ, ຍິງ
2 ສະຫາຍ, ໜ່ວຍງານຟາມໄກ່ ພັນໄຂ່ 2 ສະຫາຍ, ຍິງ 1 ສະ ຫາຍ ແລະ ໜ່ວຍງານປູກຝັງ 2 ສະຫາຍ, ຍິງ 1 ສະຫາຍ. ໂດຍ ໄດ້ເລີ່ມຕົ້ນລົງພາກປະຕິບັດຕົວ ຈິງ ຕັ້ງແຕ່ວັນທີ 5 ກຸມພາ 2020
ເປັນຕົ້ນມາ, ເຊິ່ງຕະຫຼອດໄລຍະ ທີ່ລົງເຝິກງານນັກສຶກສາທັງໝົດ ໄດ້ມີຄວາມເອົາໃຈໃສ່ໃນການ ປະກອບສ່ວນເຮັດວຽກຕົວຈິງ ຮ່ວມກັບບັນດາໜ່ວຍງານເພື່ອ ເປັນການຮຽນຮູ້ ແລະ ເປັນຂໍ້ມູນ ພື້ນຖານຫຼັກໃນການສັງລວມ ເຂົ້າໃນບົດລາຍງານຈົບຊັ້ນການ ສຶກສາ, ໄດ້ຢ່າງເຂັ້ມງວດໃນ ການປະຕິບັດກົດລະບຽບຂອງ ກົມກອງເປັນຢ່າງດີ.
ຜ່ານການປ້ອງກັນບົດຈົບຊັ້ນ ທັງໝົດ 5 ຫົວບົດ (ຫົວບົດລະ 2
ສະຫາຍ), ນັກສຶກສາ ສາມາດຍາດໄດ້ຄະແນນດີເລີດ
ທັງໝົດ. ໂອກາດນີ້, ຄະນະປະ
ທານກໍໄດ້ໂອ້ລົມຕໍ່ນັກສຶກສາທີ່
ໄດ້ສໍາເລັດການປ້ອງກັນບົດໃນ ຄັ້ງນີ້, ໃຫ້ສືບຕໍ່ດັດແກ້ບົດຈົບຊັ້ນ
ຕາມຄໍາແນະນໍາຂອງຄະນະກໍາ
ມະການເພື່ອປະກອບເປັນບົດສົມ ບູນ ແລະ ດໍາເນີນຕາມລະບຽບ ຫຼັກການທີ່ທາງວິທະຍາໄລວາງ ອອກ. ພ້ອມທັງນໍາເອົາບົດຮຽນໃນການລົງພາກປະຕິບັດຕົວຈິງ ຢູ່ກຸ່ມຜະລິດຄົບວົງຈອນ ເລກ 1 ກອງທັບ ໃນຄັ້ງນີ້ ເປັນພື້ນຖານ ຄວາມຮູ້ເພື່ອໄປສືບຕໍ່ປັບປຸງໝູນ ໃຊ້ເຂົ້າໃນການເຮັດວຽກງານ ຕົວຈິງ, ການດໍາລົງຊີວິດ, ສ້າງ ເສດຖະກິດຄອບຄົວໃນອະນາຄົດ ຕໍ່ໜ້າ.
ໂດຍ: ແອ ແກ້ວວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















