ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກທີ່ຂຶ້ນກັບກອງພົນທີ 4
ເວລາອອກຂ່າວ: 2020-07-01 08:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ: ![]()
ໃນວັນທີ 25 ມິຖຸນາຜ່ານມາ ນີ້, ກອງພົນທີ 4 ໄດ້ຈັດພິທີມອບ ໃບຢັ້ງຢືນໃຫ້ໜ່ວຍພັກທີ່ຂຶ້ນກັບ ກອງພົນທີ 4 ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ສົມ
ຈິດ ກິດຕິຍະລາດ ເລຂາຄະນະ
ພັກກອງພົນ, ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກອົງ ການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນແດງ ຂຸນ
ຍຸລາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ສະຫຼຸບຕີລາຄາ ຄືນໃນໄລຍະ 1 ປີຜ່ານມາ ຄະນະ
ໜ່ວຍພັກແຕ່ລະກົມກອງແມ່ນໄດ້ ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 3 ທິດນຳ 5 ຫຼັກການຂອງພັກ ຕິດ
ພັນກັບ 4 ໜ້າທີ່ໃຫຍ່ 26 ແຜນ
ງານ ທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ກໍຄືໜ້າທີ່ ການເມືອງຂອງກົມກອງ, ຖືສຳ
ຄັນວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກເຂົ້າໃຈຕໍ່ພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຕົນ,
ກຳແໜ້ນທາງດ້ານທິດສະດີຫຼັກການໃນການປັບປຸງກໍ່ສ້າງກອງ
ປອດໃສ ເຂັ້ມແຂງ ໜັກແໜ້ນ, ຫັນເອົາມະຕິຕ່າງໆຂອງຄະນະ ພັກຂັ້ນເທິງມາສ້າງເປັນແຜນ ການລະອຽດຂອງກົມກອງ ກໍຄື ໜ່ວຍພັກເຫັນວ່າເປັນລະບົບ, ແທດເໝາະກັບສະພາບທ່າແຮງ ຄວາມເປັນຈິງຂອງກົມກອງ, ຈັດ
ຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ
ບັນດາມະຕິ, ແນວທາງນະໂຍ
ບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງ ທັບເຮັດໃຫ້ພະນັກງານ-ສະມາ
ຊິກພັກມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ບຸກບືນຫ້າວຫັນຕໍ່ໜ້າທີ່ ວຽກງານອັນໄດ້ເຮັດໃຫ້ແຕ່ລະ ໜ່ວຍພັກມີສະມາຊິກພັກແຂງ ຮອບດ້ານ-ແຂງກວມອັດຕາ ສ່ວນຫຼາຍ. ຜ່ານການປັບປຸງກໍ່ ສ້າງພັກຂອງແຕ່ລະໜ່ວຍພັກໃນ ໄລຍະ 1 ປີຜ່ານມາ ມີ 20 ໜ່ວຍ ພັກ ໄດ້ຮັບການຮັບຮອງຈາກຄະ ນະປະຈຳພັກກອງພົນທີ 4 ໃຫ້
ເປັນໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ, ພ້ອມທັງໄດ້ຈັດພິທີ ມອບ-ຮັບຢ່າງສົມກຽດ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















