ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ຫ້ອງພະລາທິການເປີດກອງປະຊຸມ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020
ເວລາອອກຂ່າວ: 2020-07-02 08:33:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 292 | ຄວາມນິຍົມ:



ທ້ານເດືອນມິຖຸນາ 2020 ນີ້, ຫ້ອງພະລາທິການກອງບັນຊາ ການທະຫານແຂວງຜົົ້ງສາລີ ໄດ້ເປີດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານພະລາ ທິການ 6 ເດືອນຕົ້ນປີ ແລະ ວາງ ທິດທາງແຜນການ 6 ເດືອນທ້າຍ ປີ 2020 ຂຶ້ນ ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ສົມຈັນ ລອດສຸລີ ຄະນະພັກ ກອງບັນຊາການ ຫົວໜ້າຫ້ອງ ພະລາທິການ ກອງບັນຊາການ ທະຫານແຂວງຜົ້ງສາລີ, ມີບັນ ດາສະຫາຍຄະນະຫ້ອງ, ຄະນະ ພະແນກ, ຮອງພະແນກ ແລະ ວິ ຊາການ, ພະນັກງານ, ນາຍ ແລະ ພົນທະຫານພາຍໃນຫ້ອງເຂົ້າ ຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ບຸນຈັນ ທອງອ່ອນປະເສີດ ຮອງຫົວໜ້າຫ້ອງພະລາທິການ ໄດ້ຂິຶ້ນຜ່ານບົດສະຫຼຸບ 6 ເດືອນ ຕົ້ນປີ2020 ແລະ ວາງທິດທາງ ແຜນການ 6 ເດືອນທ້າຍປີໂດຍ ຫຍໍ້, ເຊິ່ງໃນໄລຍະຜ່ານມາ ຫ້ອງພະລາທິການກອງບັນຊາ ການທະຫານແຂວງຜົ້ງສາລີ ໄດ້ ລົງຊຸກຍູ້ທຸກຂົງເຂດວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ຫ້ອງພະລາທິການ ໂດຍສະເພາະ ແມ່ນວຽກງານຮັບປະກັນຊີວິດ ການເປັນຢູ່ລ້ຽງດູທັບເປັນຕົ້ນ ແມ່ນດ້ານເຂົ້າກິນ, ເຄື່ອງນຸ່ງຮົ່ມ, ດ້ານເສດຖະກິດການເງິນ, ນໍ້າ ມັນເຊື້ອໄຟ, ວຽກງານດູແລຮັກ ສາສຸຂະພາບຂອງແຕ່ລະກົມ ກອງໃນທົ່ວທະຫານແຂວງໄດ້ ຕາມຄາດໝາຍ. ໃນນີ້, ຫ້ອງພະ ລາທິການຍັງໄດ້ພົວພັນຮ່ວມ ມື ກັບຕ່າງປະເທດຄື ສສ ຫວຽດ ນາມ ມີແຂວງດຽນບຽນ, ແຂວງ ເຊິນລາ ແລະ ກອງບັນຊາການ ທະຫານແຂວງຕ່ຽນກວາງ, ທະຫານເຂດ 2 ສປ ຈີນ ມີ ເມືອງຫຼ້າ, ນະຄອນ ພູເອີ ແລະ ໃນ 6 ເດືອນທ້າຍປີ 2020 ນີ້ແມ່ນ ຈະສືບຕໍ່ຈັດຕັ້ງປະຕິບັດຮັບປະ ກັນຖືກຕ້ອງຄົບຖ້ວນໃນການແກ້ ໄຂຊີວິດການເປັນຢູ່ຂອງແຕ່ ລະກົມກອງໃນທົ່ວທະຫານ ແຂວງ ດ້ວຍການຍົກສູງຈິດ ໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຂອງກອງທັບວາງ ອອກ ໃຫ້ໄດ້ຕາມຄາດໝາຍທີ່ ຂັ້ນເທິງວາງອອກ. ໂດຍ: ບຸນປະເສີດ ສີສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ