ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກອງພົນທີ 4 ປັບປຸງການຈັດຕັ້ງຂັ້ນພະແນກການ
ເວລາອອກຂ່າວ: 2020-07-02 08:34:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ:



v ທ້າຍເດືອນ ມິຖຸນາ 2020 ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ ຈັດຕັ້ງປະກາດການຈັດຕັ້ງຂັ້ນ ພະແນກ, ຮອງພະແນກ ແລະ ແຕ່ງຕັ້ງຄະນະບັນຊາກອງພັນ ທີ່ຂຶ້ນກັບກອງພົນທີ 4 ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງອ້ອມ ຂ້າງເຂົ້າຮ່ວມ. ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຄະນະປະຈຳພັກ ຫົວ ໜ້າຫ້ອງການເມືອງກອງພົນທີ 4 ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງພະແນກການຂອງ ກອງພົນທີ 4 ເລກທີ 1176/ກມທ ລົງວັນທີ 20 ມິຖຸນາ 2020, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະ ບັບປັບປຸງ) ວ່າດ້ວຍ ການແຕ່ງ ຕັ້ງ, ຍົກຍ້າຍນາຍທະຫານ ກົມ ໃຫຍ່ການເມືອງກອງທັບຕົກ ລົງແຕ່ງຕັ້ງບັນດາຫົວໜ້າພະ ແນກ ແລະ ຮອງຫົວໜ້າພະແນກ ຂອງກອງພົນທີ 4 ຈຳນວນ 14 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຄະນະ ບັນຊາການກອງພັນທີ່ຂຶ້ນກັບ ກອງພົນທີ 4 ລົງວັນທີ 20 ມີນາ 2020 ໃນນີ້ໄດ້ຕົກລົງແຕ່ງຕັ້ງ ບັນດາຫົວໜ້າກອງພັນ ແລະ ຮອງກອງພັນ ຈຳນວນ 4 ສະ ຫາຍ ແລະ ພ້ອມທັງເລື່ອນທຽບ ຊັ້ນໃຫ້ນາຍທະຫານອີກຈຳນວນ ໜຶ່ງ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ ພະນັກງານນາຍທະຫານທີ່ຖືກ ແຕ່ງຕັ້ງສັບຊ້ອນໜ້າທີ່ໃນຄັ້ງ ນີ້ ຈົ່ງເພີ່ມທະວີຄວາມຮູ້ ຄວາມ ສາມາດຂອງຕົນໃຫ້ສູງຂຶ້ນກວ່າ ເກົ່າ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ການເມືອງທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້. ຂ່າວ: ໂພຄຳ ພອນປະເສີດ ພາບ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ