ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ທະຫານແຂວງບໍ່ແກ້ວຫວນຄືນມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2020-07-02 08:37:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ວັນທີ 18 ມິຖຸນາ 2020 ຜ່ານມານີ້, ກອງບັນຊາການທະ ຫານແຂວງບໍ່ແກ້ວ ໄດ້ຈັດພິທີ ປາຖະກະຖາວັນຜ່າວົງປິດລ້ອມ ກອງພັນທີ 2 ທົ່ງໄຫຫີນຊຽງ ຂວາງ ຄົບຮອບ 61 ປີ, ວິລະກຳ ໂຕນຄຸກຢ່າງມະຫັດສະຈັນ ຂອງ ບັນດາຜູ້ນຳຂອງພັກ ແລະ ແນວ ລາວຮັກຊາດຂຶ້ນ, ໂດຍການເປັນ ປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພັນໂທ ທອງໄຂ ສີຍາ ລາດ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານແຂວງບໍ່ ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ໂຮງໝໍຕະຫຼອດຮອດ ພະນັກງານ-ນັກຮົບ, ກົມກອງ ອ້ອມຂ້າງເຂົ້າຮ່ວມ. ສະຫາຍປະທານ ໄດ້ຍົກໃຫ້ ເຫັນມູນເຊື້ອຄວາມສຳຄັນຂອງ 2 ວັນປະຫວັດສາດທີ່ເປັນບົດ ຮຽນອັນລຳ້ຄ່າ ແລະ ຄຸນງາມ ຄວາມດີຂອງນັກປະຕິວັດທີ່ຍິ່ງ ໃຫຍ່ວິລະບູລຸດ ຜູ້ນຳພັກ-ລັດ ທີ່ປີ ຊາສາມາດສະຫຼາດສ່ອງໃສ ໃນ ຂະບວນການຕໍ່ສູ້ຂອງກອງທັບ ປະຊາຊົນເຮົາ ກ່ອນຈະຍາດເອົາ ໄຊຊະນະ ໃນແຕ່ລະໄລຍະຂອງ ພັກປະຊາຊົນປະຕິວັດລາວ, ຍ້ອນ ໄດ້ຮັບການສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນຢ່າງ ດີ, ທຸກຄົນມີຄວາມຈົງຮັກພັກດີ ຕໍ່ພັກຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະ ສັກຫຍຸ້ງຍາກ, ສິ່ງທົດສອບທ້າ ທາຍຫຼາຍໆປະການ, ພາຍໃນມີ ຄວາມສາມັກຄີເປັນເອກະພາບ ມີນ້ຳໃຈສູ້ຮົບເດັດດ່ຽວອາດ ຫານ, ປະຕິບັດກົດລະບຽບ ແລະ ຄໍາສັ່ງເຂັ້ມງວດ, ຮັກສາຄວາມ ລັບຢ່າງເດັດຂາດ, ຍາມໃດກໍໄດ້ ເອົາໃຈໃສ່ເຮັດວຽກງານລົງກໍ່ສ້າງຮາກຖານການເມືອງ, ປຸກ ລະດົມຂົນຂວາຍປະຊາຊົນ ກໍຄື ຂົນຂວາຍກໍາລັງຂອງຝ່າຍກົງ ກັນຂ້າມ, ສະນັ້ນຈຶ່ງໄດ້ຮັບການ ສະໜັບສະໜູນຊ່ວຍເຫຼືອຈາກ ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ, ມີການຈັດຕັ້ງນໍາ ພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວ ເດັດຂາດ, ເສີມຂະຫຍາຍຫົວຄິດ ປະດິດສ້າງ, ກໍາແໜ້ນກາລະໂອ ກາດອັນເໝາະສົມ ແລະ ມີວິທີ ຫຼອກລວງສັດຕູຢ່າງມີໄຫວພິບ ສະນັ້ນຈຶ່ງເຮັດໃຫ້ກຳລັງປະກອບ ອາວຸດນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ. ພວກ ເຮົາທຸກຄົນຕ້ອງໄດ້ກຳແໜ້ນ, ຮໍ່າຮຽນເອົາມູນເຊື້ອຄຸນສົມ ບັດສິນທຳປະຕິວັດ, ແບບແຜນ ການນຳພາ ແລະ ແບບແຜນການ ດຳລົງຊີວິດ, ສືບທອດມໍລະດົກອັນ ລ້ຳຄ່າ ເສີມຂະຫຍາຍມູນເຊື້ອ ອັນດີງາມເຂົ້າໃນພະລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໄວ້ໃຫ້ໜັ້ນຄົງ ຕະຫຼອດໄປ. ໂດຍ: ວໍລະສິດ ພິສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ