ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ອົງຄະນະພັກກອງບັນຊາການທະຫານແຂວງສາລະວັນສຳເລັດກອງປະຊຸມໃຫຍ່ຄັ້ງທີ V
ເວລາອອກຂ່າວ: 2020-07-09 09:18:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ:



ໃນວັນທີ 7 ກໍລະກົດ 2020 ນີ້, ກອງປະຊຸມໃຫຍ່ ຄັ້ງ ທີ V ຂອງອົງຄະນະພັກກອງບັນ ຊາການທະຫານແຂວງສາລະ ວັນ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍ ຜົນສຳເລັດອັນຈົບງາມ ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສີສຸວັນ ວົງຈອມສີ ກຳ ມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆສາລະວັນ ແລະ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະ ປະຈຳພັກກະຊວງ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີ ຕາງໜ້າຈາກກົມຈັດຕັ້ງພັກ,​ ກົມ ພະນັກງານ ກົມໃຫຍ່ການເມືອງ ກອງທັບ, ຄະນະພັກ-ຄະນະກອງ ບັນຊາການທະຫານແຂວງ, ຄະ ນະຈັດຕັ້ງແຂວງ, ຄະນະກວດ ກາແຂວງ, ປກສ ແຂວງ, ແຂກຖືກ ເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພູວຽງ ລ່ຽມມະວົງສາ ກຳມະການຄະ ນະປະຈຳພັກແຂວງ ເລຂາຄະ ນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ສາລະວັນ ໄດ້ຂຶ້ນຜ່ານບົດລາຍ ງານການເມືອງ ແລະ ທິດທາງ ແຜນການໃນຕໍ່ໜ້າ ເຊິ່ງໃນໄລ ຍະຕະຫຼອດ 5 ປີ ຜ່ານມາຄະນະ ພັກ-ຄະນະນຳກອງບັນຊາການ ທະຫານແຂວງສາລະວັນໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານວິຊາສະເພາະຂອງ ຕົນຕາມພາລະບົດບາດ-ສິດ ແລະ ໜ້າທີ່ມີຜົນສຳເລັດຫຼາຍ ດ້ານ. ນອກຈາກນັ້ນຍັງໄດ້ເອົາ ໃຈໃສ່ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງ ມະຫາຊົນ ໂດຍຍຶດໝັ້ນຕາມ 5 ຫຼັກການ 3 ທິດນຳຂອງພັກ, ຕິດ ພັນກັບຂະບວນການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເສີມຂະຫຍາຍບົດບາດການນຳ ພາ ແລະ ເຕົ້າໂຮມຄວາມສາມັກ ຄີຈຶ່ງເຮັດໃຫ້ການຈັດຕັ້ງພັກແຕ່ ລະຂັ້ນມີການຂະຫຍາຍຕົວເຂັ້ມ ແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສຳລັບທິດທາງຕໍ່ໜ້າຈະສຸມ ໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງພັກແຕ່ລະ ຂັ້ນຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ, ສະກັດກັ້ນທຸກກົນອຸ ບາຍຂອງສັດຕູທີ່ຫວັງມ້າງເພ, ພ້ອມທັງປະກົດການຫຍໍ້ທໍ້ໃນສັງ ຄົມ, ທັງນີ້ກໍເພື່ອເຮັດໃຫ້ແຂວງ ມີຄວາມສະຫງົບໜັກແໜ້ນ ໂດຍ ການຫັນເອົາກຳລັງລົງກໍ່ສ້າງ ຮາກຖານການເມືອງ, ເພີ່ມທະ ວີການນຳພາຂອງພັກດ້ວຍການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດຕໍ່ຖັນແຖວພະນັກ ງານສະມາຊິກພັກ, ສ້າງໃຫ້ມີຖັນ ແຖວພະນັກງານສືບທອດປ່ຽນ ແທນ ແລະ ເພີ່ມທະວີອົບຮົມວຽກ ງານການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ, ເຊີດ ຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. ຈາກນັ້ນ, ກອງປະຊຸມໄດ້ໃຊ້ ສິດປະຊາທິປະໄຕ ປ່ອນບັດຄັດ ເລືອກເອົາຄະນະພັກຊຸດໃໝ່. ຜ່ານ ການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ ເລືອກເອົາ ສະຫາຍ ພັນເອກ ພູວັນ ພິມມະຈັນ ເປັນເລຂາ ຄະນະພັກ, ສະຫາຍ ພັນເອກ ສຳລີ ແກ້ວວົງ ສອງ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ພັນເອກ ໂສພາ ໂພ ໄຊຍະວົງ ເປັນປະທານກວດກາ ພັກ ແລະ ສະຫາຍ ພັນໂທ ຫຸມ ພັນ ທັກຂິນ, ສະຫາຍ ພັນຕີ ພອນ ໄຊ ສຸກສະໄໝ ເປັນຮອງປະທານ ກວດກາພັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ