ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ປະດັບຫຼຽນໄຊພິລາດອາດຫານໃຫ້ບຸກຄົນ ແລະ ກົມກອງລວມໝູ່ຢູ່ກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2020-07-09 09:24:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ:



ພິທີປະດັບຫຼຽນໄຊພິລາດ ອາດຫານແກ່ໃຫ້ບຸກຄົນ ແລະ ກົມ ກອງລວມໝູ່ຢູ່ກອງບັນຊາການ ທະຫານແຂວງຈໍາປາສັກ ໄດ້ ຈັດຂຶ້ນໃນວັນທີ 4 ກໍລະກົດ 2020, ໂດຍການເປັນປະທານ ຂອງ ສະຫາຍ ປອ ວິໄລວົງ ບຸດ ດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆ ຈໍາປາສັກ, ມີ ສະຫາຍ ພົນຈັດ ຕະວາ ສີທາ ດວງມາລາ ຫົວ ໜ້າກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ, ຄະນະພັກ-ຄະ ນະບັນຊາ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງທົ່ວກອງບັນຊາການທະ ຫານແຂວງຈໍາປາສັກເຂົ້າຮ່ວມ. ສະຫາຍ ພັນໂທ ສາຍທອງ ສຸລິຍະແສງ ຫົວໜ້າພະແນກນະ ໂຍບາຍທະຫານແຂວງຈໍາປາ ສັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານ ປ້ອງກັນຊາດ ແລະ ການກອບ ກູ້ໄພພິບັດນໍ້າຖ້ວມ ໃນປີ 2019 ໃນນັ້ນໄດ້ຕົກລົງມອບ ແລະ ປະ ດັບຫຼຽນໄຊພິລາດອາດຫານຊັ້ນ I ແກ່ສອງສະຫາຍຄື: ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈໍາປາສັກ ແລະ ຊັ້ນ I ຂັນທະລີ ສອນພະ ຈັນ, ກອງພັນ 24, ປະດັບຫຼຽນ ໄຊພິລາດອາດຫານຊັ້ນ II ໃຫ້ ແກ່ສອງສະຫາຍຄື: ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງຈໍາປາສັກ, ສະຫາຍ ພັນໂທ ພູວຽງ ຈັນທະ ລັງສີ ຫົວໜ້າຫ້ອງເສນາທິການ ທະຫານແຂວງຈໍາປາສັກ. ປະ ດັບຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ແກ່ 2 ສະຫາຍຄື: ພັນໂທ ລັດສະໝີ ລັດຕະນະວົງ, ພັນຕີ ພອນໄຊ ກົມການເມືອງ, ປະດັບ ຫຼຽນໄຊພິລາດອາດຫານຊັ້ນ II ໃຫ້ແກ່ກົມກອງລວມໝູ່ 2 ກົມກອງ ຄື: ກອງພັນ 28 ແລະ ກອງພັນ 20, ປະດັບຫຼຽນໄຊພິລາດອາດ ຫານຊັ້ນ III ມີ 4 ກົມກອງຄື: ກອງພັນ 24, ກອງພັນຕີພິເສດ 709, ກອງຮ້ອຍ 809 ແລະ ກອງຮ້ອຍຊາຍແດນ 529 ແລະ ມອບໃບຍ້ອງຍໍກະຊວງປ້ອງກັນ ປະເທດແກ່ກົມກອງລວມໝູ່ 9 ກົມກອງ, ບຸກຄົນ 1 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບ 1 ສະຫາຍ. ໃຫ້ກຽດປະດັບຫຼຽນໄຊພິ ລາດອາດຫານ ແລະ ມອບໃບຍ້ອງ ຍໍຄັ້ງນີ້ໂດຍແມ່ນ ສະຫາຍ ປອ ວິ ໄລວົງ ບຸດດາຄໍາ ເຈົ້າແຂວງໆ ຈໍາປາສັກ ແລະ ສະຫາຍ ພົນ ຈັດຕະວາ ສີທາ ດວງມາລາ ຫົວ ໜ້າກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ ຢ່າງສົມກຽດ. ໂດຍ: ທິບມະນີວັນ ຄໍາວິເສດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ