ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ເທຄວັນໂດແຫ່ງຊາດສົ່ງກຳມະການລາວ ຮ່ວມສອບເສັງກຳມະການຕັດສິນນາໆຊາດ ທີ່ປະເທດໄທ
ເວລາອອກຂ່າວ: 2018-12-11 09:54:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 474 | ຄວາມນິຍົມ:



ອີງ​ຕາມ​ຂໍ້​ມູນ​ຈາກ​ເຟສບຸກ ຂອງ​ສະຫະພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ​ແຈ້ງ​ໃຫ້​ຮູ້​ວ່າ: ສະຫະ ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ​ໄດ້​ສົ່ງກຳມະການ​ຕັດສິນປະ ເພດບຸກຄົນ​ຊາຍ ​​ຈຳນວນ 6 ຄົນ, ​ໃນ​ນັ້ນ 2 ຄົນ ​ກໍຄື ທ່ານ ຈັນທະ​ວົງ ປັນຍາ​ສິລິ ​ແລະ ທ່ານ ​ເດດ​ດາວ​ວົງ ບຸດ​ນາ​ໂຄ ທີ່​ໄດ້​ຖືກ​ຮອງ​ຮັບ​ເປັນ​ກຳມະການ​ຕັດສິນ​ລະດັບ​ສາກົນ ມາ​ຫຼາຍ​ປີ​ແລ້ວ ເຂົ້າ​ຮ່ວມ​ທົບ​ທວນຄືນ​ກ່ຽວ​ກັບ ບັນດາ​ກົດ​ລະບຽບ​ກະຕິ​ກາ​ການ​ແຂ່ງຂັນ ​ແລະ ບັນດາ​ໜ້າ​ວຽກ​ຕ່າງໆ​ຂອງ​ສະຫະພັນ​ເທ​ຄວັນ​ ໂດ​ນາໆ​ຊາດ ​ວາງ​ອອກ​ໃໝ່ ​ໃນ​ປີ 2019 ​ເພື່ອຮຽນ​ຮູ້ ​ແລະ ​ນຳ​ມາ​ເຊື່ອມ​ໂຍງ​ກັບ​ກົດ​ລະບຽບ​ຂອງ​ສະຫະພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ​ໃຫ້​ແທດ​ເໝາະ​ກັບສະ ພາບຄວາມເປັນຈິງ ​ແນ​ໃສ່​ສ້າງ​​ນັກ​ກີລາ​ໃຫ້​ມີ​ຄຸນະພາບ ​ແລະ ສົ່ງ​ເຂົ້າ​ຮ່ວມ​ແຂ່ງຂັນ​ຍາດ​ເອົາ​ຜົນງານ​ໃນ​ການ​ແຂ່ງຂັນ​ເວທີ​ລະ ດັບ​ອານຸພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ ​ໃນ​ຕໍ່ໜ້າ. ສ່ວນ​ກຳມະ ການ​ຕັດສິນອີກ 4 ຄົນ ຄື: ທ່ານ ກໍລະກົດ ສີ​ເມືອງ​ຊອງ, ທ່ານ ສົມ​ພອນ ທຳ​ມະ​ວົງສາ, ທ່ານ ບົວລະ​ພັນ ລາ​ທະ​ກຸນ ​ແລະ ທ່ານ ຄຳ​ຫຼ້າ ພົມ​ພັກດີ ​ແມ່ນ​ເປັນ​ກຳ ມະການ​ຕັດສິນ​ໃໝ່​ຂອງ​ສະຫະ ພັນເທ​ຄວັນ​ໂດ​ລາວ ​ເຂົ້າ​ຮ່ວມ​ສອບ​ເສັງ​ກຳມະການ​ຕັດສິນ​ລະ ດັບ​ນາໆ​ຊາດ ຫຼັງ​ຈາກ​ສຳ​ເລັດ​ການ​ເຝິກອົບຮົມ​ໃນ​ຄັ້ງ​ນີ້ ອີກ 2 ​ເດືອນກໍຈະ​ມີ​ການ​ປະກາດ​ຜົນ​ການ​ສອບ​ເສັງ​ໃນ​ທ້າຍເດືອນ ກຸມພາ ຫຼື ຕົ້ນ​ເດືອນ​ມີນາ 2019 ທັງ​ໝົດ​ນີ້​ແມ່ນ​ພາຍ​ໃຕ້​ໂຄງການ​ຂອງ​ສະຫະພັນ​ເທ​ຄວັນ​ໂດ​​ສາ ກົນ ​ທີ່​ນະຄອນຫຼວງ ບາງກອກ ປະ​ເທດ​ໄທ ເປັນ​ເຈົ້າພາບລະຫວ່າງ​ວັນ​ທີ 4-7 ທັນວາ ຜ່ານ​ມາ, ​ ໂດຍ​ມີ​ຄະນະ​ບໍລິຫານ​ງານ​ຂອງ​ສະຫະພັນ​ເທ​ຄວັນ​ໂດ​ໂລກ ​ແລະ ບັນດາ​ສະຫະພັນ​ກີລາ​ຈາກ ປະ​ເທດຕ່າງໆ​​ໃນ​ທົ່ວ​ໂລກເຂົ້າ​ຮ່ວມ. ທ່ານ ຈັນທະ​ວົງ ປັນຍາ​ສິລິ ​ໃຫ້​ສຳພາດ​ວ່າ: ຕະຫຼອດ​ໄລຍະ​ແຕ່ລະ​ປີ​ທີ່​ຜ່ານ​ມາ ສະຫະພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ​ໄດ້​ທຸ້ມ​ເທ ​ແລະ ​ເອົາ​ໃຈ​​ໃສ່​ຕໍ່​ຂະ​ບວນ ການ​ພັດທະນາ​ກີລາ​ເທ​ຄວັນ​ໂດ​ລາວ ຢ່າ​ງມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ສາມາດ​ນຳພາ​ທັບ​ນັກ​ກີລາ​ເທ​ຄວັນ​ໂດ​ທີ​ມຊາດ​ລາວ ສ້າງ​ຜົນງານ​ໃຫ້​ແກ່​ປະ​ເທດ​ຊາດ​ຢ່າງ​ຫຼວງ​ຫຼາຍ. ນອກຈາກ​ນັ້ນ, ກໍຍັງ​ໄດ້​ສ້າງ​ບຸ​ຄະລາ​ກອນ​ທີ່​ເປັນອະດີດ​ນັກ​ກີລາ​ເທ​ຄວັນ​ໂດ​ທີ​ມຊາດ ຜັນ​ຂະຫຍາຍ​​ເປັນ​ກຳມະການ​ຕັດສິນ​ຮັບ​ໃຊ້​ໃນ​ການ​ແຂ່ງ ຂັນ​ກີລາ​ພາຍ​ໃນ​ປະ​ເທດ​ມາ ຫຼາຍ​ຄົນ ​ແລະ ປີ​ນີ້ ກໍເປັນ​ບາດ ກ້າວ​ໃໝ່ ​ໄດ້​ສົ່ງ​ກຳມະການ​ຕັດ ສິນລາວ​ 4 ຄົນ ​ເຂົ້າ​ຮ່ວມ​ສອບ​ເສັງ​ກຳມະການ​ຕັດສິນ​ລະດັບ​ນາໆ​ຊາດ. ​ແນວ​ໃດ​ກໍດີ, ​ໃນ​ປີ 2019 ​ເທ​ຄວັນ​ໂດ​ລາວ ມີ​ແຜນ​ຈະ​ເຄື່ອນ​ໄຫວ​ສົ່ງ​ນັກ​ກີລາ ​ແລະ ກຳມະການ​ຕັດສິນ ​ເຂົ້າ​ຮ່ວມ​ຫຼາຍ​ລາຍການ ​ໂດຍ​ສະ​ເພາະ​ພາຍ​ໃນ​ປະ​ເທດ ຈະ​ຈັດການ ແຂ່ງຂັນ 3 ຫຼື 4 ລາຍການ ກໍຄື ​ແຂ່ງຂັນ​ເທ​ຄວັນ​ໂດ​ຊີງ​ຂັນ​ປະ ທານ​ສະຫະພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ, ​ແຂ່ງຂັນ​ຊີງ​ຂັນ​ບໍລິສັດ ​ໂຄ​ລາວ ​ແລະ ​ແຂ່ງຂັນ​ຊີງ​ຂັນ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ ​ເກົາຫຼີ ປະຈຳ ສປປ ລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ