ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ບັນດາກົມກອງເຂດ I
ເວລາອອກຂ່າວ: 2020-07-10 14:59:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ວັນທີ 2 ກໍລະກົດ ນີ້, ຢູ່ທີ່ສະ ໂມສອນກອງບັນຊາການທະ ຫານແຂວງຜົ້ງສາລີ ໄດ້ຈັດກອງ ປະຊຸມສ່ອງແສງວຽກງານຮອບ ດ້ານ ປະຈໍາໄຕມາດ II ແລະ ວາງ ທິດທາງແຜນການໄຕມາດ III ປີ 2020 ຂອງບັນດາກົມກອງເຂດ I ທີ່ກອງບັນຊາການທະຫານແຂວງຜົ້ງສາລີເປັນເຈົ້າພາບ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ແອສະໄໝ ເລືອງ ວັນໄຊ ກໍາມະການຄະນະປະຈໍາ ພັກກະຊວງ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີສະຫາຍ ຄໍາຜອຍ ວັນນະສານ ຮັກສາການ ເລຂາພັກແຂວງ ເຈົ້າແຂວງໆຜົ້ງ ສາລີ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແຂວງຜົ້ງສາລີ, ມີຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງຜົ້ງສາລີ, ອຸ ດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ກອງພົນທີ 3 ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ຄະນະ ພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບ ວຽກງານຮອບດ້ານທີ່ພົ້ນເດັ່ນ ໄລຍະ 3 ເດືອນຜ່ານມາ ແລະ ຜ່ານທິດທາງແຜນການ ປະຈຳ ໄຕມາດ III ປີ 2020 ໃນໄລຍະ ຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ເຂດ I ໄດ້ເອົາໃຈ ໃສ່ເຮັດວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບຢ່າງເປັນປົກ ກະຕິ, ຈັດຕັ້ງພະນັກງານ-ວິຊາ ການລົງຮາກຖານການເມືອງ, ກວດກາຊີວິດການເປັນຢູ່ຂອງ ນາຍ ແລະ ພົນທະຫານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງບັນດາກົມ ກອງທີ່ຂຶຶ້ນກັບຄວາມຮັບຜິດ ຊອບຂອງຕົນຕາມທິດຊີ້ນໍາຂອງ ກະຊວງປ້ອງກັນປະເທດ. ອັນພົ້ນ ເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ຕ່າງໆພາຍໃນກົມກອງ ເປັນຕົ້ນ ແມ່ນບັນຫາສິ່ງເສບຕິດ, ສາສະ ໜາ, ການລ່າເນື້ອທີ່ຜິດກົດໝາຍ ແລະ ເຂົ້າອອກເມືອງຕາມລໍາພັງ ໂດຍສະເພາະແມ່ນຢູ່ລຽບຕາມ ຊາຍແດນ ລາວ-ຫວຽດນາມ, ລາວ-ຈີນ ແລະ ລາວ-ໄທ. ພ້ອມ ດຽວກັນນີ້ຍັງເອົາໃຈໃສ່ໂຄສະ ນາເຜີຍແຜ່, ຕ້ານ ແລະ ສະກັດ ກັ້ນພະຍາດໂຄວິດ 19 ຕາມຄໍາ ສັ່ງຂອງນາຍົກ ແລະ ພາກສ່ວນ ສະເພາະກິດຢ່າງທັນການ, ນອກ ນີ້ຂົງເຂດວຽກງານອື່ນໆທີ່ປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງ ກັນປະເທດວາງອອກລ້ວນແລ້ວ ແຕ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຈຸດສຸມ ແລະ ປະສົບຜົນ ສຳເລັດເປັນຢ່າງດີ. ໂອກາດນີ້, ສະຫາຍ ພົນຕີ ແອ ສະໄໝ ເລືອງວັນໄຊ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ແຕ່ ລະກົມກອງໄດ້ພ້ອມກັນເຮັດສໍາ ເລັດໜ້າທີ່ຕາມຂັ້ນເທິງມອບ ໝາຍ. ເຮັດໃຫ້ທ້ອງຖິ່ນຂອງຕົນມີ ຄວາມສະຫງົບ, ສາມາດປົກປ້ອງເຂດນໍ້າແດນດິນໄວ້ໃຫ້ໝັ້ນຄົງ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະກົມ ກອງຈົ່ງເຊີດຊູຄວາມຮັບຜິດ ຊອບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນທ້ອງຖິ່ນ ແລະ ກວດກາຄົນເຂົ້າອອກຢູ່ລຽບຕາມ ຊາຍແດນຢ່າງເຂັ້ມງວດ, ສືບຕໍ່ ປ້ອງກັນບໍ່ໃຫ້ມີການແຜ່ລະບາດ ຂອງພະຍາດໂຄວິດ 19 ຢູ່ໃນ ສປປ ລາວ ກໍຄືໃນທ້ອງຖິ່ນຂອງຕົນ, ສືບຕໍ່ພົວພັນຮວ່ມມື, ລາຍງານຂໍ້ ມູນຂ່າວສານລະຫວ່າງແຂວງ ຕໍ່ແຂວງ ແລະ ປະເທດເພື່ອນບ້ານ ທີ່ມີຊາຍແດນຕິດຈອດກັນເປັນ ປົກກະຕິ ແລະ ທັນກັບສະພາບ ການທີ່ອາດຈະເກີດຂຶ້ນ. ໂດຍ: ບຸນປະເສີດ ສີສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ