ວິທະຍາຄານພະລາທິການກອງທັບ ປິດຮຽນປະຈຳສົກ 2019-2020.
ເວລາອອກຂ່າວ: 2020-07-13 14:41:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 462 | ຄວາມນິຍົມ: ![]()
ວັນທີ 09 ກໍລະກົດ 2020 ນີ້, ວິທະຍາຄານພະລາທິການ ກອງທັບ ໄດ້ຈັດພິທີິປິດສົກຮຽນ ປະຈໍາປີ 2019-2020, ໂດຍການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ຄໍາເພັດ ສີຊານົນ ກໍາ ມະການຄະນະພັກກະຊວງ, ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ-ຄະນະ ອໍານວຍການ, ຜູ້ຕາງໜ້າກົມເສ ນາ, ກົມອຸປະໂພກ-ບໍລິໂພກ, ກົມແຜນການ-ການເງິນ, ກົມກໍ່ສ້າງ- ຄຸ້ມຄອງຊັບສິນ, ກົມຂົນສົ່ງ, ກົມຜະລິດ, ກົມເຊື້ອໄຟ, ກົມພະ ນັກງານ, ກົມໂຄສະນາອົບຮົມ, ກົມກໍາລັງພົນ, ກົມໂຮງຮຽນ, ພ້ອມດ້ວຍນັກຮຽນ-ນັກສຶກສາ, ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຄະນະພັກວິທະຍາຄານ, ຮອງອໍານວຍການ, ຫົວໜ້າຫ້ອງ ອົບຮົມວິທະຍາຄານພະລາທິການ ກອງທັບ ໄດ້ລາຍງານໃຫ້ຮູ້ວ່າ: ວິທະຍາຄານພະລາທິການກອງ ທັບ ແມ່ນເປັນບ່ອນເຝິກຝົນຫຼໍ່ ຫຼອມ, ສຶກສາຮໍ່າຮຽນ ໂດຍໄດ້ຮັບ ຢ່າງໃກ້ສິດຕິດແທດຈາກຄະນະ ພັກກະຊວງປ້ອງກັນປະເທດ, ກົມ ໃຫຍ່ພະລາທິການກອງທັບ ແລະ ກົມວິຊາສະເພາະທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ, ເຊິ່ງຍາມໃດ ຄະນະພັກ-ຄະນະອໍານວຍການ ກໍໄດ້ເອົາໃຈໃສ່ຊີ້ນໍາວຽກງານ ອົບຮົມ-ຫັດແອບ ເຊິ່ງເປັນໜ້າທີ່ການເມືອງຂອງວິທະຍາຄານໃນການປະຕິບັດໂຄງການ-ຫຼັກສູດ ແລະ ວຽກງານຮັບປະກັນຕ່າງໆ ໃຫ້ແກ່ການຮຽນ-ການສອນ, ການປະຕິບັດຂໍ້ກໍານົດກົດລະ ບຽບຂອງວິທະຍາຄານ, ການຄຸ້ມ ຄອງນັກຮຽນ-ນັກສຶກສາ, ເພື່ອ ເຄື່ອນຮໍ່າຮຽນ ແລະ ເຮັດກິດຈະ ກໍາຕ່າງໆ; ພະນັກງານຄູ-ອາ ຈານແມ່ນມີຄວາມຮັບຜິດຊອບ ຕໍ່ການກະກຽມ ແລະ ການດໍາເນີນ ການຮຽນ-ການສອນຖືກຕ້ອງ ຕາມແຜນການ ແລະ ເນື້ອໃນອົບ ຮົມ-ຫັດແອບເປັນຢ່າງດີ; ນັກ ຮຽນ-ນັກສຶກສາ ທີ່ເຂົ້າມາຮຽນ ສ່ວນຫຼາຍແມ່ນຜ່ານໂຮງຮຽນ ທະຫານມາແລ້ວ ຈຶ່ງມີສະຕິຕໍ່ ການຮໍ່າຮຽນເປັນຢ່າງດີ. ສ່ວນ ນັກຮຽນ-ນັກສຶກສາຈົບໃນສົກ ຮຽນນີ້ຕາມໂກຕາມ 251 ສະ ຫາຍ ຜ່ານການຈັດຕັ້ງຮໍ່າຮຽນບໍ່ ສາມາດສືບຕໍ່ເປັນນັກສຶກສາໄດ້ 3 ສະຫາຍ ສະຫຼຸບວ່າ ມີນັກຮຽນ-ນັກສຶກສາທີ່ຮຽນຈົບ 248 ສະ ຫາຍ, ຍິງ 24 ສະຫາຍ. ພັນໂທ 11 ສະຫາຍ, ພັນຕີ 32 ສະຫາຍ, ຮ້ອຍເອກ 24 ສະຫາຍ, ຮ້ອຍໂທ 36 ສະຫາຍ, ຮ້ອຍຕີ 20 ສະຫາຍ ແລະ ນາຍສິບ 125 ສະຫາຍ, ໃນ ນີ້ ມີກໍ່ສ້າງປະລິນຍາຕີລະບົບ 2 ປີຂັ້ນກອງພັນໃຫຍ່, ກອງພົນມີ 20 ສະຫາຍ, ກໍ່ສ້າງປະລິນຍາຕີ ລະບົບ 4 ປີ ຂັ້ນກອງພັນນ້ອຍມີ 47 ສະຫາຍ, ກໍ່ສ້າງຊັ້ນສູງເລັ່ງ ລັດລະບົບ 1 ປີມີ 70 ສະຫາຍ, ກໍ່ສ້າງຊັ້ນກາງລະບົບ 2 ປີ ມີ 111 ສະຫາຍ.
ໂອກາດນີ້ ສະຫາຍ ພົນຈັດ ຕະວາ ຄໍາເພັດ ສີຊານົນ ກໍໄດ້ ໃຫ້ກຽດໂອ້ລົມກັບບັນດານັກ ຮຽນ-ນັກສຶກສາທີ່ຮຽນຈົບໃໝ່ ສະຫາຍໄດ້ກ່າວວ່າ: ກ່ອນອື່ນ ແມ່ນຂໍຊົມເຊີຍຕໍ່ຜົນງານທີ່ຍາດ ມາໄດ້ ໂດຍສະເພາະແມ່ນການຕັ້ງ ໜ້າສຶກສາຮໍ່າຮຽນຈົນໄດ້ຮັບຜົນ ສໍາເລັດຢ່າງຈົບງາມ, ຈົ່ງນໍາເອົາ ຄວາມຮູ້ຄວາມສາມາດ ທີ່ໄດ້ຈາກ ການຮໍ່າຮຽນໄປໝູນໃຊ້ຢ່າງຖືກ ຕ້ອງເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບຢູ່ກົມກອງຂອງຕົນ ໃຫ້ເກີດດອກອອກຜົນສູງສຸດ, ເປັນເຈົ້າການປະຕິບັດກົດລະ ບຽບຂອງກອງທັບ, ປະກອບ ສ່ວນປັບປຸງກໍ່ສ້າງກົມກອງໃຫ້ ມີໃບໜ້າອັນໃໝ່, ຍົກສູງສະຕິລະ ວັງຕົວຕໍ່ກົນອຸບາຍຍຸດທະສາດ ຫັນປ່ຽນໂດຍສັນຕິຂອງສັດຕູ, ເສີມຂະຫຍາຍມູນເຊື່ອຄວາມສາ ມັກຄີພາຍໃນ ແລະ ພາຍນອກໃຫ້ ໜັກແໜ້ນເຂັ້ມແຂງ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















