ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງສາລະວັນ ຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-11 10:15:16 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2018 ນີ້, ແຂວງ ສາລະວັນ ໄດ້ຈັດຕັ້ງ ພິທີປາຖະກະຖາມູນເຊື້ອວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນຢູ່ທີ່ສະໂມ ສອນຂອງແຂວງ, ໂດຍພາຍໃຕ້ ການປະທານ ແລະ ປາຖະກະຖາ ຂອງ ພັນເອກ ອ໋ອດ ໄຊຍະວົງ ອາດີດຄະນະປະຈຳພັກແຂວງ, ອາດີດຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ສາລະວັນ, ມີ ທ່ານ ສີເຮັງ ຫອມສົມບັດ ຄະນະປະຈຳພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງ, ມີກຳມະການພັກ ແຂວງ,ຄະນະກອງບັນຊາການ ທະຫານແຂວງ, ກອງບັນຊາ ການ ປກສ ແຂວງ, ພະແນກການ ອ້ອມຂ້າງແຂວງ, ນັກຮຽນ -ນັກ ສຶກສາເຂົ້າຮ່ວມຮັບຟັງ. ການຈັດຕັ້ງປາຖະກະຖາໃນ ຄັ້ງນີ້ ພັນເອກ ອ໋ອດ ໄຊຍະວົງ ໄດ້ຍົກໃຫ້ເຫັນປະຫວັດສາດ, ມູນເຊື້ອແຫ່ງການກຳເນີດເຕີບ ໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະທີ່ກອງທັບປະຊາ ຊົນລາວ ຍາດມາໄດ້ຕະຫຼອດ ໄລຍະ 70 ປີຜ່ານມາ, ເຊິ່ງກອງ ທັບປະຊາຊົນລາວໄດ້ຮັບການ ສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງຄໍ້ ແຂວງ ຫົວພັນ ເຊິ່ງແມ່ນ ປະທານໄກ ສອນ ພົມວິຫານ ເປັນຜູ້ປະກາດ ສ້າງຕັ້ງຂຶ້ນ ແລະ ຊີ້ນຳ-ນໍາພາໂດຍກົງຮອບດ້ານ, ນັບ ແຕ່ມື້ສ້າງຕັ້ງຂຶ້ນກອງທັບເຮົາກໍ ໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ ຕ້ານການຮຸກຮານຂອງຈັກກະ ພັດທັງເກົ່າ ແລະ ໃໝ່ທີ່ມີອາ ວຸດ, ພາຫະນະສົງຄາມ ແລະ ກຳລັງພົນເໜືອກວ່າ, ແຕ່ກອງ ທັບເຮົາກໍໄດ້ຕໍ່ສູ້ຢ່າງອົງອາດ ກ້າຫານ, ຍອມເສຍສະຫຼະເລືອດ ເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ, ພ້ອມ ນັ້ນກໍສາມາດສະຖາປະນາ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເອກອ້າງ ທະນົງໃຈຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ, ນັບ ແຕ່ນັ້ນມາກອງທັບປະຊາຊົນ ລາວ ໄດ້ເຮັດໜ້າທີ່ເປັນກຳລັງ ຫຼັກແຫຼ່ງ ໃນການປົກປັກຮັກສາ ປະເທດຊາດໃຫ້ມີຄວາມສະ ຫງົບ, ປອດໄຟ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍທາງສັງ ຄົມສ້າງເງື່ອນໄຂໃຫ້ປະເທດ ຊາດ ມີການພັດທະນາຢ່າງຮອບ ດ້ານ, ນັບທັງຊິວີດການກິນຢູ່ ຂອງປະຊາຊົນ ນັບມື້ດີຂຶ້ນເປັນ ກ້າວໆມາ, ການປາຖະກະຖາ ດັ່ງກ່າວກໍເພື່ອເປັນການສຶກສາ ອົບຮົມໃຫ້ພະນັກງານ-ລັດຖະ ກອນໄດ້ຮັບຮູ້ເຂົ້າໃຈ ແລະ ກໍາ ແໜ້ນເຖິງມູນເຊື້ອ, ການເຕີບ ໃຫຍ່ຂະຫຍາຍຕົວຂອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ໃຫ້ ກວ້າງຂວາງເລິກເຊິ່ງ, ເພື່ອ ພ້ອມກັນປຸກລະດົມ ແລະ ເສີມ ຂະຫຍາຍມູນເຊື້ອ, ທາດແທ້ປະ ຕິວັດຂອງກອງທັບ ໃນການຕໍ່ ສູ້ກູ້ຊາດເຂົ້າໃນການຈັດຕັ້ງປະ ຕິບັດມະຕິຂັ້ນຕ່າງໆ ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດໃຫ້ປະກົດ ຜົນເປັນຈິງ. ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງ ດອງພາຍໃຕ້ຮົ່ມທຸງຂອງພັກ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຊີດຊູນໍ້າໃຈເພີ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເພື່ອນຳ ພາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດ ພົ້ນອອກຈາກສະຖານະພາບ ດ້ອຍພັດທະນາເທື່ອລະກ້າວ. ໂອກາດນີ້ ພັນເອກ ອ໋ອດ ໄຊຍະວົງ ຍັງໄດ້ເນັ້ນໜັກໃຫ້ ພະນັກງານ-ລັດຖະກອນ ທຸກອົງ ການຈັດຕັ້ງຈົ່ງພ້ອມກັນນຳເອົາ ເນື້ອໃນຈິດໃຈຂອງການປາຖະ ກະຖາຄັ້ງນີ້ໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານຂອງຕົນ, ຕັ້ງ ໜ້າເອົາໃຈໃສ່ຕໍ່ວຽກງານຫັນ ລົງກໍ່ສ້າງຮາກຖານການເມືອງ ຢູ່ພື້ນຖານພໍ່ແມ່ປະຊາຊົນໃຫ້ດີ, ເພີ່ມທະວີຄວາມສາມັກຄີພາຍ ໃນ, ສາມັກຄີກັບພໍ່ແມ່ປະຊາຊົນ ບັນດາເຜົ່າໃຫ້ກວ້າງຂວາງ, ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກາຍ ເປັນຂອງທົ່ວປວງຊົນຮອບດ້ານ , ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃຫ້ຈະເລີນ ຮຸ່ງເຮືອງຍິ່ງໆ ຂຶ້ນ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ