ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີປະກາດບ້ານສຳພັນນາ ເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2018-12-12 08:25:21 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ພິທີປະກາດບ້ານສຳພັນນາ ເມືອງສັງທອງ ນະຄອນຫຼວງ ວຽງຈັນ ເປັນບ້ານປ້ອງກັນຊາດ ເຂັ້ມແຂງໄດ້ຈັດຂຶ້ນເມື່ອບໍ່ດົນ ມານີ້ ໂດຍການເຂົ້າຮ່ວມຂອງ ທ່ານພົນຈັດຕະວາ ສີພອນ ຈັນສົມວົງ ກຳມະການຄະນະ ປະຈຳພັກນະຄອນຫຼວງ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ມີ ຜູ້ຕາງໜ້າຈາກກົມກໍ່ສ້າງຮາກ ຖານກະຊວງປ້ອງກັນປະເທດ, ອຳນາດການປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນອ້ອມ ຂ້າງເມືອງໄຊທານີເຂົ້າຮ່ວມ. ທ່ານ ກິງທອງ ສີທາວົງ ນາຍບ້ານບ້ານສຳພັນນາໃຫ້ຮູ້ ວ່າ: ບ້ານສຳພັນນາເປັນບ້ານ ໜຶ່ງທີ່ຂຶ້ນກັບເມືອງສັງທອງ ນະ ຄອນຫລວງວຽງຈັນ ເຊິ່ງບ້ານ ສຳພັນນາມີເນື້ອທີ່ທັງໝົດ 867.821 ກິໂລຕາແມັດ, ໃນນີ້ ປະກອບມີ 447 ຄອບຄົວ, ມີພົນ ລະເມືອງ 1.895 ຄົນ ຍິງ 915 ຄົນ, ຜ່ານການປະເມີນຂອງ ຫນ່ວຍງານກໍ່ສ້າງຮາກຖານ ກອງບັນຊາການທະຫານເມືອງ ສັງທອງ ພາຍໃຕ້ການຊີ້ນຳຈາກ ກອງບັນຊາການທະຫານນະ ຄອນຫລວງວຽງຈັນ ແລະ ການ ຕິດຕາມຂອງກົມກໍ່ສ້າງຮາກ ຖານກະຊວງປ້ອງກັນປະເທດ ເຫັນວ່າ: ປະຊາຊົນສ່ວນຫລາຍ ເຊື່ອມຊຶມ ແລະ ກຳແຫນ້ນຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ມີມູນເຊື້ອດຸໝັ່ນໃນການ ອອກແຮງງານສ້າງເສດຖະກິດ ຄອບຄົວ, ຮັກສາໄດ້ຄວາມສາ ມັກຄີປອງດອງບັນດາເຜົ່າ ແລະ ຮີດຄອງປະເພນີອັນດີງາມຂອງ ຊາດມີວຽກເຮັດງານທຳທີ່ຖືກ ຕ້ອງຕາມກົດໝາຍສ່ວນດ້ານ ຫຍໍ້ທໍ້ນັ້ນແມ່ນຍັງມີບາງຄອບ ຄົວຍັງຖືເບົາຕໍ່ຂໍ້ກຳນົດກົດລະ ບຽບຂອງບ້ານ, ບໍ່ເຂົ້າຮ່ວມກິດ ຈະກຳຂອງບ້ານ, ມີການເຄື່ອນ ໄຫວຄ້າຂາຍທີ່ບໍ່ຖືກຕ້ອງ, ເຊິ່ງ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈ ໃສ່ສຶກສາອົບຮົມຢ່າງໃກ້ຊິດ, ເພື່ອໃຫ້ມີການຫັນປ່ຽນໃນທາງ ທີ່ດີຂຶ້ນ. ນາຍບ້ານບ້ານສຳພັນ ນາຍັງໃຫ້ຮູ້ຕື່ມອີກວ່າ, ໄລຍະ ຜ່ານມາມີຫລາຍຫນ້າວຽກທີ່ໄດ້ ສຸມໃສ່ຈັດຕັ້ງປະຕິບັດເຊັ່ນ: ວຽກ ບໍລິຫານການປົກຄອງ, ວຽກ ພັກ, ວຽກອົງການຈັດຕັ້ງມະຫາ ຊົນແມ່ນໄດ້ເຄື່ອນໄຫວຢ່າງຕັ້ງ ຫນ້າເພື່ອຊີ້ນຳ-ນຳພາ ແລະ ຊຸກ ຍູ້ໃຫ້ປະຊາຊົນມີຄວາມຫ້າວຫັນ ທຳມາຫາກິນປະກອບສ່ວນຢ່າງ ຕັ້ງຫນ້າເຂົ້າໃນການເຮັດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ. ຍ້ອນແນວນັ້ນ ບ້ານສຳພັນນາ ຈຶ່ງໄດ້ຮັບການ ຢັ້ງຢືນເປັນບ້ານປ້ອງກັນຊາດ ເຂັ້ມແຂງຢ່າງພາກພູມໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ