ຈັດກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງ ສັງຄົມ 4 ແຂວງພາກເໜືອ
ເວລາອອກຂ່າວ: 2020-07-22 09:31:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ: ![]()
ຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ຈັດກອງປະຊຸມຮັບ ສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ 4 ແຂວງພາກ ເໜືອ ຂຶ້ນໃນວັນທີ 21 ກໍລະກົດ ນີ້, ຢູ່ທີ່ແຂວງໄຊຍະບູລີ ໂດຍ ການເປັນປະທານຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ກໍາມະ
ການສູນກາງພັກ ຮອງເລຂາ ຄະນະພັກ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະ ພາປະຊາຊົນແຂວງໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ຫົວ
ໜ້າໂຄສະນາອົບຮົມ ແຂວງ
ຫຼວງພະບາງ, ຊຽງຂວາງ,
ຫົວພັນ, ມີຕາງໜ້າອົງການແນວ ລາວສ້າງຊາດແຂວງ ແລະ ເມືອງໄຊຍະບູລີເຂົ້າຮ່ວມ.
ທ່ານ ປອ ສົມລິດ ເປືອກແກ້ວ ໄດ້ລາຍງານໂດຍສັງເຂບໃນການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2020, ການ ພັດທະນາພື້ນຖານໂຄງລ່າງ, ການຜະລິດກະສິກໍາເປັນສິນຄ້າ, ວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ແລະ ວຽກ
ງານກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນ. ຈາກນັ້ນ ທ່ານ ອາເມຊົງ ເຢຍເລັ່ງ ກໍາມະ ການພັກແຂວງ ຫົວໜ້າໂຄ ສະນາອົບຮົມແຂວງ ໄດ້ລາຍ ງານກ່ຽວກັບວຽກງານສັງລວມ ແລະ ການເກັບກໍາຫາງສຽງສັງຄົມຢູ່ແຂວງໄຊຍະບູລີ ໄດ້ ປະຕິບັດຕາມພາລະບົດບາດ ເປັນເສນາທິການໃຫ້ແກ່ຄະນະ ພັກ, ຄະນະໂຄສະນາອົບຮົມ ແຂວງ, ເມືອງ ແລະ ຜູ້ເຮັດວຽກ ງານການເມືອງແນວຄິດປະຈໍາ ຢູ່ຂະແໜງການຕ່າງໆ ບໍ່ພຽງ ແຕ່ນໍາເອົາແນວທາງນະໂຍບາຍ ຂອງພັກ, ຂໍ້ກໍານົດ, ມະຕິຄໍາສັ່ງ, ລະບຽບກົດໝາຍລົງມາເຜີຍ ແຜ່ໃຫ້ແກ່ເປົ້າໝາຍຕ່າງໆ ແຕ່
ຍັງໄດ້ເກັບກໍາສະພາບແນວຄິດ ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ
ຫາງສຽງສັງຄົມຕ່າງໆ ທີ່ພົ້ນ ເດັ່ນເກີດຂຶ້ນໃນແຕ່ລະໄລຍະ ຈາກສໍານັກງານ, ອົງການ ແລະ
ຮາກຖານບ້ານ ເພື່ອສະຫຼຸບສັງ ລວມ, ວິເຄາະວິໄຈ, ລາຍງານ ຂໍທິດຊີ້ນໍາຈາກຂັ້ນເທິງແກ້ໄຂ ຢ່າງທັນການ. ຈາກນັ້ນຕາງໜ້າ ໂຄສະນາອົບຮົມແຕ່ລະແຂວງ ກໍໄດ້ຂຶ້ນລາຍງານການຈັດຕັ້ງ ປະຕິບັດວຽກງານເກັບກໍາຫາງ ສຽງສັງຄົມໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງ ເພື່ອປຶກສາ ຫາລືຖອດຖອນບົດຮຽນຊອກ ໃຫ້ເຫັນດ້ານຕັ້ງໜ້າ ແລະ ວິທີ ການປັບປຸງແກ້ໄຂຈຸດບົກຜ່ອງທີ່ ເປັນສາເຫດອຸດຕັນໃຫ້ໝົດໄປ.
ການຈັດກອງປະຊຸມຄັ້ງນີ້ກໍ ເພື່ອເປັນການເກັບກໍາສະພາບ ແນວຄິດ-ຫາງສຽງສັງຄົມລວມ ທັງປະກົດການຫຍໍ້ທໍ້, ທຸກຖ້ອຍ ທໍານອງບິດເບືອນໃສ່ຮ້າຍປ້າຍສີ ແນວທາງຂອງພັກຂອງກຸ່ມຄົນ ບໍ່ດີເພື່ອກໍານົດທິດທາງ, ວິທີ
ການ ແລະ ສ້າງຄວາມເປັນເອກະ ພາບໃນມາດຕະການປັບປຸງແກ້
ໄຂຢ່າງຖືກຕ້ອງສອດຄ່ອງ ແລະ
ທັນເວລາ, ທັງເປັນຂໍ້ມູນລາຍ ງານຂັ້ນເທິງພິຈາລະນາ, ເປັນ ການຊຸກຍູ້ການປະຕິບັດໜ້າທີ່
ການເມືອງຂອງຄະນະໂຄສະນາ ອົບຮົມສູນກາງພັກ ກໍຄືຄະນະ ພັກແຕ່ລະຂັ້ນວາງອອກ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ-ແນວຄິດຢູ່ຂັ້ນ ທ້ອງຖິ່ນຮາກຖານໃຫ້ດີກວ່າ ເກົ່າ.
ໂດຍ: ບຸນທີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















