ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງປະຊຸມສາມັນເປີດກວ້າງຄົບຄະນະພັກ ກອງບັນຊາການທະຫານແຂວງຄຳມ່ວນ ຄັ້ງທີ 1 ສະໄໝທີ V
ເວລາອອກຂ່າວ: 2020-07-22 09:33:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 402 | ຄວາມນິຍົມ:



ກອງປະຊຸມສາມັນເປີດກວ້າງ ຄົບຄະນະພັກກອງບັນຊາການ ທະຫານແຂວງຄຳມ່ວນ ຄັ້ງທີ 1 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ ນີ້, ໂດຍພາຍໃຕ້ ການເປັນປະທານຂອງສະຫາຍ ພົນຈັດຕະວາ ສົມແຄນ ອັບປະ ສອນ ກຳມະການຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຄຳມ່ວນ, ມີຄະນະພັກ ກອງບັນຊາການທະຫານແຂວງ, ຄະນະພັກອົງການ 5 ຫ້ອງ, ກອງ ບັນຊາການທະຫານເມືອງ, ກອງ ພັນ, ກອງຮ້ອຍເອກະລາດ, ໂຮງ ຮຽນ, ໂຮງໝໍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ສະຫາຍ ພັນ ໂທ ວຽງວິໄລ ຜານີຈັນ ກຳມະ ການຄະນະພັກກອງບັນຊາການ ຫົວໜ້າຫ້ອງການກອງບັນຊາການ ທະຫານແຂວງຄຳມ່ວນ, ໄດ້ຂຶ້ນ ຜ່ານບົດສະຫຼຸບຕີລາຄາຄືນໝາກ ຜົນແຫ່ງການຊີ້ນຳ-ນຳພາວຽກ ງານຮອບດ້ານທີ່ປິ່ນອ້ອມ 4 ໜ້າ ທີ່ໃຫຍ່26 ແຜນງານທີ່ຄະນະ ພັກກະຊວງປ້ອງກັນປະເທດວາງ ອອກຕິດພັນກັບໜ້າທີ່ການເມືອງ ຂອງຕົນໃຫ້ຖືກຕ້ອງສອດຄ່ອງ ຕາມ 4 ໜ້າທີ່ໃຫຍ່ 23 ແຜນງານ ຂອງຄະນະພັກກອງບັນຊາການ ທະຫານແຂວງຄຳມ່ວນ ວາງ ອອກ ແລະ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ແນໃສ່ປັບ ປຸງແກ້ໄຂຂໍ້ຄົງຄ້າງໃນໄລຍະ ຜ່ານມາໃຫ້ດີຂຶ້ນ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ການເມືອງທີ່ ພັກ-ລັດຂັ້ນເທິງວາງໄວ້ເປັນຕົ້ນ ແມ່ນວຽກງານເຮັດໃຫ້ສະພາບ ມີຄວາມສະຫງົບ, ວຽກງານປັບ ປຸງກໍ່ສ້າງກຳລັງ, ວຽກງານຮັບ ປະກັນດ້ານພະລາທິການ-ເຕັກ ນິກ, ວຽກງານພົວພັນຮ່ວມມືກັບ ຕ່າງປະເທດ ແລະ ອື່ນໆ, ໂດຍ ການຫັນເອົາພະນັກງານລົງກໍ່ ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງບ້ານ ປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບການສ້າງຄອບຄົວ- ບ້ານປ້ອງກັນຊາດເຂັ້ມແຂງ ເພື່ອ ຮັບປະກັນໃຫ້ແຂວງຄຳມ່ວນມີ ຄວາມສະຫງົບປອດໄພ 100 %. ກອງປະຊຸມຍັງໄດ້ຮັບຟັງການ ເຜີຍແຜ່ເອກະສານສຳຄັນຈຳ ນວນໜຶ່ງຈາກກະຊວງປ້ອງກັນ ປະເທດ, ກອງບັນຊາການທະ ຫານແຂວງຄຳມ່ວນ ພ້ອມທັງ ເປີດປະຊາທິປະໄຕໃຫ້ບັນດາຜູ້ ແທນທີ່ເຂົ້າຮ່ວມປະກອບຄຳຄິດ ເຫັນຢ່າງກົງໄປກົງມາ ເພື່ອໃຫ້ ເນື້ອໃນບົດສະຫຼຸບ ແລະ ທິດທາງ ແຜນການສົມບູນຂຶ້ນຕື່ມ. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ