ປະດັບຫຼຽນໄຊພິລາດອາດຫານ ແລະ ມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ ຢູ່ກອງຮ້ອຍສືບຂ່າວ 809
ເວລາອອກຂ່າວ: 2020-07-22 09:58:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ: ![]()
ພິທີປະດັບຫຼຽນໄຊພິລາດ ອາດຫານ ແລະ ມອບໃບຍ້ອງຍໍ ໃຫ້ບຸກຄົນ ຢູ່ກອງຮ້ອຍສືບຂ່າວ 809 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງຈໍາປາສັກ, ໄດ້ຈັດ
ຂຶ້ນໃນວັນທີ 10 ກໍລະກົດ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ກອງແກ້ວ ວຽງ
ໄຊຍະສອນ ຮອງຫົວໜ້າຫ້ອງ
ການເມືອງກອງບັນຊາການທະ ຫານແຂວງຈໍາປາສັກ, ມີແຂກຖືກ
ເຊີນຈາກພາກສ່ວນກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງ ຮ້ອຍສືບຂ່າວ 809 ພ້ອມດ້ວຍພະ ນັກງານ-ນັກຮົບ ໃນກົມກອງ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄໍາເພັດ ດາວມະນີໂຄດ ຫົວໜ້າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການ
ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນ ການເຄື່ອນໄຫວການຈັດຕັ້ງປະ
ຕິບັດໂຄງການ 01728, ການແກ້ ໄຂສະພາບຊາຍແດນ ແລະ ການ ກອບກູ້ໄພພິບັດນໍ້າຖ້ວມໃນປີ 2019. ໃນນັ້ນ, ໄດ້ຕົກລົງ ປະດັບຫຼຽນໄຊພິລາດອາດຫານໃຫ້ແກ່ບຸກຄົນ ຈຳນວນ 19 ສະຫາຍ
ແລະ ມອບໃບຍ້ອງຍໍ ຈຳນວນ 21
ສະຫາຍ, ໂດຍໃຫ້ກຽດປະດັບ
ຫຼຽນໄຊພິລາດອາດຫານ ແລະ ມອບໃບຍ້ອງຍໍຂອງ ສະຫາຍ ພັນ
ໂທ ກອງແກ້ວ ວຽງໄຊຍະສອນ ຮອງຫົວໜ້າຫ້ອງການເມືອງ ແລະ ສະຫາຍ ສາຍທອງ ສຸລິຍະ
ແສງ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງຢ່າງສົມກຽດ.
ໃນພິທີຍັງໄດ້ຮັບຟັງການໂອ້ ລົມ ແລະ ໃຫ້ທິດຊີ້ນໍາຈາກສະ
ຫາຍ ພັນໂທ ກອງແກ້ວ ວຽງໄຊ
ຍະສອນ ເຊິ່ງສະຫາຍໄດ້ໃຫ້ທິດ
ທາງໃນການສືບຕໍ່ປະຕິບັດວຽກ ງານໃນຕໍ່ໜ້າ, ເປັນຕົ້ນແມ່ນເອົາ
ໃຈໃສ່ສຶກສາອົບຮົມການເມືອງ-
ນໍາພາແນວຄິດໃຫ້ພະນັກງານ- ນັກຮົບພາຍໃນກົມກອງໃຫ້ມີ ແນວຄິດອຸ່ນອຽນທຸ່ນທ່ຽງ ໃນ
ການອອກລາດຕະເວນປະຕິບັດ
ໜ້າທີ່ຢູ່ແນວໜ້າໃຫ້ມີຄວາມປອດ ໄພ ແລະ ເຮັດສໍາເລັດ ໜ້າທີ່ຕາມຂັ້ນເທິງໄດ້ມອບໝາຍໃຫ້ມີປະສິດທິພາບສູງສຸດ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















