ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ຊາວໜຸ່ມ-ແມ່ຍິງກອງພັນໃຫຍ່ 941 ເປີດຂະບວນການແຂ່ງຂັນກີລາ
ເວລາອອກຂ່າວ: 2020-07-22 10:03:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ວັນທີ 15 ກໍລະກົດ 2020 ນີ້, ຊາວໜຸ່ມ-ແມ່ຍິງກອງພັນໃຫຍ່ 941 ໄດ້ເປີດຂະບວນການແຂ່ງ ຂັນກີລາມິດຕະພາບລະຫວ່າງ ຊາວໜຸ່ມ-ແມ່ຍິງທົ່ວກອງພັນ ໃຫຍ່ ຂຶ້ນຢູ່ທີ່ເດີ່ນກີລາຂອງ ກົມກອງ, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງເລຂາ ຄະນະພັກ ຫົວໜ້າການທະ ຫານກອງພັນໃຫຍ່ 941, ມີ ຄະນະພັກ-ຄະນະບັນຊາ, ມີ ຂະແໜງຊາວໜຸ່ມ-ແມ່ຍິງ, ມີ ພະນັກງານ-ນັກຮົບຕະຫຼອດ ຮອດນັກກີລາເຂົ້າຮ່ວມ. ສະຫາຍ ພັນຕີ ໄກສອນ ວິໄລຫົງ ຫົວໜ້າຂະແໜງຊາວໜຸ່ມກອງ ພັນໃຫຍ່ 941 ໃຫ້ຮູ້ວ່າ: ການສ້າງ ຂະບວນການແຂ່ງຂັນກີລາ ໃນຄັ້ງນີ້ເພື່ອເປັນການສ້າງໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ກໍຄືຂອງກອງທັບ ໂດຍ ສະເພາະແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມຜູ້ແທນຊາວ ຊາວໜຸ່ມທົ່ວປະເທດ ຄັ້ງທີ VII ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ໃຫ້ມີຄວາມຟົດຟື້ນມ່ວນ ຊື່ນ, ອີກດ້ານໜຶ່ງກໍເພື່ອເສີມສ້າງໃຫ້ນັກກີລາທຸກສະຫາຍ ມີສຸຂະພາບແຂງແຮງຮັບປະ ກັນຕໍ່ການປະຕິບັດໜ້າທີ່ວຽກ ງານ, ພ້ອມທັງສ້າງໃຫ້ນັກກີ ລາໃຫ້ມີຄວາມສາມັກຄີກັນຢ່າງ ສະໜິດແໜ້ນ ແລະ ມີຄວາມ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນກີລາທີ່ນໍາມາແຂ່ງຂັນໃນ ຄັ້ງນີ້ມີຄື: ເຕະບານຍິງ, ເຕະ ບານຊາຍ ແລະ ດຶງເຊືອກ. ໂດຍ: ນາງ ທອງສີ ພາບ: ນາງ ດາວຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ