ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ທຄຕທລ ລົງເຜີຍແຜ່ຂໍ້ມູນການນຳໃຊ້ຜະລິດຕະພັນຢູ່ກອງພັນໃຫຍ່ 605
ເວລາອອກຂ່າວ: 2020-07-22 10:04:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ໃນວັນທີ 15 ກໍລະກົດ 2020 ນີ້, ພະນັກງານ ທະນາ ຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາດົງ ໂດກ ນະຄອນຫຼວງວຽງຈັນ, ໄດ້ລົງເຜີຍແຜ່ຂໍ້ມູນການນຳໃຊ້ ຜະລິດຕະພັນຂອງ ທຄຕລ ຢູ່ ກອງພັນໃຫຍ່ 605, ເຊິ່ງມີ ຄະນະພັກ-ຄະນະບັນຊາພະນັກ ງານ-ນັກຮົບເຂົ້າຮ່ວມຮັບຟັງ ຢ່າງພ້ອມພຽງ. ທ່ານ ນາງ ພົງສາລີ ພົມມະຈັກ ຮອງຫົວໜ້າຂະແໜງບໍລິການ ທຄຕລ ສາຂາດົງໂດກ, ໄດ້ເຜີຍ ແຜ່ຂໍ້ມູນການໃຊ້ຜະລິດຕະພັນ, ການບໍລິການຂອງ ທຄຕລ ຄື: ການຝາກເງິນ, ຝາກປະ ຢັດ, ຝາກລາຍວັນ ແລະ ຝາກ ປະຈຳ, ການເປີດບັນຊີໃໝ່, ການເຮັດບັດ ATM, ການນຳ ໃຊ້ບັດ ATM, ການຕິດຕັ້ງລະບົບ BCEL ONE, ການນຳໃຊ້ BCEL ONE, ການບໍລິການ ຝາກເງິນ, ໂອນເງິນຜ່ານບັນຊີບໍລິການຈຳນວນມູນຄ່າເງິນ ໂອນແຕ່ລະຄັ້ງ, ຕໍ່ຄັ້ງ-ຕໍ່ວັນ ຕາມກຳນົດຂອງປະເພດບັດ ATM ຂອງລູກຄ້າທີ່ເລືອກ ບໍລິການ, ນອກນີ້, ບັດ ATM ຂອງ ທຄຕລ ຍັງໃຊ້ໄດ້ຮ່ວມ ຫຼາຍທະນາຄານອີກ ແລະ ນຳໃຊ້ ຢູ່ຕ່າງປະເທດກໍໄດ້ ແລະ ນຳ ໃຊ້ບໍລິການອື່ນໆ ໄດ້ຕື່ມອີກ, ການເຜີຍແຜ່ໃນຄັ້ງນີ້, ເພື່ອເຮັດ ໃຫ້ພະນັກງານ-ນັກຮົບ ຫຼື ລູກ ຄ້າເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໃຊ້ບໍລິການຖືກຕ້ອງຕາມຫຼັກການຢ່າງຄົບຖ້ວນ. ຈາກນັ້ນ, ພະນັກງານ-ນັກ ຮົບໄດ້ພາກັນເຂົ້າຮ່ວມໃຊ້ບໍ ລິການຕ່າງໆ ຂອງ ທຄຕລ ຢ່າງຫຼວງຫຼາຍ ແລະ ເປັນຂະ ບວນການຟົດຟື້ນ, ທັງນີ້ເພື່ອ ເຮັດໃຫ້ພະນັກງານ-ນັກຮົບ ນຳເອົາເງິນຂອງຕົນເຂົ້າຝາກ ເພື່ອປະຢັດເງິນໄວ້ໃຊ້ຈ່າຍ ໃນສິ່ງທີ່ຈຳເປັນໃນສ່ວນຕົວ, ຄອບຄົວ, ບໍ່ໃຊ້ຈ່າຍຟຸມເຟືອຍ ແລະ ມີຄວາມຮັບປະກັນຄວາມ ປອດໄພສູງ. ໂດຍ: ນາງ ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ