ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກອງບັນຊາການທະຫານແຂວງຈຳປາສັກ ມອບລົດຈັກໃຫ້ກົມກອງທີ່ຂຶ້ນກັບ
ເວລາອອກຂ່າວ: 2020-07-23 09:15:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຈຳປາສັກ ຈັດພິທີມອບລົດ ຈັກໃຫ້ແກ່ກົມກອງທີ່ຂຶ້ນກັບໃນ ວັນທີ 21 ກໍລະກົດ 2020 ນີ້, ໂດຍ ການເປັນກຽດເຂົ້າຮ່ວມຂອງ ສະ ຫາຍ ພັນເອກ ແຫວນຄຳ ຈະເລີນ ວົງ ຮອງເລຂາຄະນະພັກ, ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຈຳປາສັກ, ມີຄະ ນະພັກ-ຄະນະບັນຊາ 5 ຫ້ອງ ອ້ອມຂ້າງ ພ້ອມດ້ວຍກົມກອງທີ່ ຂຶ້ນກັບເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຫຼ້າ ລາດຊະ ວົງ ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງເຕັກນິກກອງ ບັນຊາການທະຫານແຂວງຈຳ ປາສັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານ ແຂວງ ຈຳປາສັກ ວ່າດ້ວຍ ການມອບລົດ ຈັກໃຫ້ກົມກອງທີ່ຂຶ້ນກັບໃນນັ້ນມີ 4 ກອງພັນ, 1 ກອງບັນຊາການ ທະຫານເມືອງ, 9 ກອງຮ້ອຍ ຊາຍແດນ ແລະ 3 ກອງຮ້ອຍ ເອກະລາດກົມກອງລະ 1 ຄັນ, ລົດຈັກຈຳນວນດັ່ງກ່າວແມ່ນ ໄດ້ ມາຈາກລັດຖະບານແຫ່ງ ສ ປ ປ ລາວ ທີ່ໄດ້ນຳມາມອບໃຫ້ເປັນ ຂອງຂວັນ ຈຳນວນ 7 ຄັນ, ບໍລິ ສັດ ດວງດີກໍ່ສ້າງຂົວ ທາງຈຳກັດ ແລະ ບໍລິສັດຕັງຈະເລີນຈຳກັດ.ມອບເປັນຂອງຂວັນໃຫ້ 10 ຄັນ.ໃນນັ້ນມີລົດຈັກຫຍີ່ຫໍ້ ສະເກມ 7 ຄັນ ແລະ ລົດຈັກ ຍີ່ຫໍ້ຢາມາຮ້າວິ ບາກຈຳວນ 10 ຄັນ, ເພື່ອເປັນ ການ ອຳນວຍຄວາມສະດວກແກ່ການ ເຄື່ອນໄຫວເຮັດວຽກງານຂອງ ອ້າຍນ້ອງກົມກອງຊາຍແດນທີ່ ຢູ່ຫ່າງໄກສອກຫຼີກແທດເໝາະ ກັບສະພາບເສັ້ນທາງ ແລະ ພູມີ ປະເທດຕົວຈິງ. ໂອກາດນີ້ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ໄດ້ຍົກ ໃຫ້ເຫັນຄວາມເປັນຫ່ວງເປັນ ໃຍຄວາມເອົາໃຈໃສ່ຂອງພັກ- ລັດຖະບານ, ປະທານບໍລິສັດ 2 ບໍລິດສັດກໍຄືຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງຈຳປາສັກ ທີ່ມີຕໍ່ ອ້າຍນ້ອງກົມກອງຊາຍແດນທີ່ ປະຕິບັດພາລະໜ້າທີ່ອັນໜັກໜ່ວງ ແລະ ມີກຽດພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ບົວລະບັດຮັກສາ ເພື່ອນຳໃຊ້ໃຫ້ ໄດ້ຍາວນານ ແລະ ເກີດປະໂຫຍດ ສູງສຸດເຂົ້າປະກອບສ່ວນໃນການ ເຮັດສຳເລັດໜ້າທີ່ການເມືອງທີ່ ພັກ ແລະ ປະຊາຊົນມອບໝາຍໃຫ້ ແລະ ທັນກັບສະພາບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃໝ່ອີກ ດ້ວຍ. ຂ່າວ: ທິບມະນີວັນ ຄຳວິເສດ ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ