ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ໂຮງງານເສັ້ນດາຍ ແລະ ເກີບໜັງກອງທັບ ມອບສັດລ້ຽງ ແລະ ອຸປະກອນກິລາໃຫ້ແກ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2020-07-23 09:20:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:



ໃນວັນທີ 19 ກໍລະກົດ 2020 ນີ້, ຢູ່ທີ່ກອງພັນໃຫຍ່ 11. ໂຮງ ງານເສັ້ນດ້າຍ ແລະ ເກີບໜັງກອງ ທັບໄດ້ນຳເອົາສັດລ້ຽງ ແລະ ອຸປະ ກອນກີລາມາມອບໃຫ້ກອງພັນ ໃຫຍ່ 11 ໃນນີ້ມີ: ແບ້ 20 ໂຕ, ໝາກ ບູນ 9 ຊຸດ, ເຄື່ອງກີລາຈຳນວນໜຶ່ງ ລວມມູນຄ່າທັງໝົດ 33 ລ້ານກີບ ເຊິ່ງໃຫ້ກຽດກ່າວມອບຂອງ ສະ ຫາຍ ວິລະຄອນ ວິສີສົມບັດ ປະທານບໍລິສັດໂຮງງານເສັ້ນ ດ້າຍ ແລະ ເກີບໜັງກອງທັບ ພ້ອມ ຄະນະ ແລະ ໃຫ້ກຽດກ່າວຮັບ ໂດຍ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຮອງເລຂາຄະນະພັກ ຫົວໜ້າການເມືອງ, ມີສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາ ຄະນະພັກ ຫົວໜ້າການທະຫານ ກອງ ພັນໃຫຍ່ 11 ພ້ອມຄະນະກ່າວ ຮັບ. ພ້ອມນີ້ຍັງມີພະນັກງານທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ວິລະຄອນ ສີວິສົມບັນ ປະທານບໍລິສັດ ໂຮງ ເສັ້ນດ້າຍ ແລະ ເກີບໜັງກອງທັບ ຍັງໄດ້ໃຫ້ຮູ້ຕື່ມອີກວ່າການມາ ມອບສັດລ້ຽງ ແລະ ອຸປະກອນ ກີລາໃນຄັ້ງນີ້ແມ່ນເນື່ອງໃນໂອ ກາດທີກອງພັນໃຫຍ່ 11 ໄດ້ເປີດ ຂະບວນການສ້າງຜົນງານຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງ ພັນໃຫຍ່ 11 ຄົບຮອບ 45 ປີ ( 16 ທັນວາ 1975 - 16 ທັນວາ 2020) ແລະ ອີກຢ່າງໜຶ່ງກໍເພື່ອ ເປັນການຮັດແໜ້ນຄວາມສາມັກ ຄີລະຫວ່າງ ກອງພັນໃຫຍ່11 ກັບ ໂຮງງານເສັ້ນດ້າຍ ແລະ ເກີບ ໜັງກອງທັບ ໃຫ້ມີຄວາມແໜ້ນ ແຟ້ນຍິ່ງໆຂຶ້ນໃນຕອນທ້າຍ ສະ ຫາຍ ພັນເອກ ພອນມີໄຊ ສີວົງ ຊຳ ຮອງເລຂາຄະນະພັກຫົວໜ້າ ການເມືອງກອງພັນໃຫຍ່ 11 ກໍ ໄດ້ຕາງໜ້າຄະນະກ່າວສະແດງ ຄວາມຂອບໃຈມາຍັງຄະນະພັກ-ຄະນະອຳນວຍການໂຮງງານ ເສັ້ນດ້າຍ ແລະ ເກີບໜັງກອງທັບ ທີ່ໄດ້ໃຫ້ການອຸປະຖຳຊ່ວຍເຫຼືອຊູຍູ້ທາງດ້ານວັດຖຸປັດໃຈພ້ອມ ທັງສັນຍາວ່າຈະນະນຳເອົາເຄື່ອງ ດັ່ງກ່າວນີ້ໄປນຳໄຊ້ໃຫ້ເກີດຜົນ ປະໂຫຍດພາຍໃນກົມກອງຢ່າງ ຮອບດ້ານຈາກນັ້ນທາງສອງຄະ ນະກໍໄດ້ຫຼິ້ນກີລາເປຕັ້ງຮ່ວມກັນ ຢ່າງເປັນຂະບວນຟົດຟື້ນມ່ວນ ຊື່ນ ແລະ ທັງເປັນການສົ່ງເສີມ ສຸຂະພາບ ແລະ ຄວາມສາມັກຄີ ຕື່ມອີກ ໂດຍ: ຮ້ອຍຕີ ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ