ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ກົມນະໂຍບາຍ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2020-07-23 09:22:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ ໄດ້ຈັດຕັ້ງສະຫຼຸບ ຕີລາຄາການເຄື່ອນໄຫວວຽກ ງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະກົມ, ພະແນກການ, ພ້ອມ ດ້ວຍພະນັກງານເຂົ້າຮ່ວມ. ສະຫາຍ ພັນໂທ ຈັນທອນ ພັນທອງສອນ ຫົວໜ້າພະແນກແຜນການຂາເຂົ້າ-ຂາອອກກົມ ນະໂຍບາຍ ໄດ້ສະຫຼຸບຕີລາຄາ ຜ່ານການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 6 ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ ເອົາໃຈໃສ່ຊີ້ນຳ-ນຳພາພະນັກ ງານ-ນັກຮົບຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະ ເທດວາງອອກຢ່າງມີຈຸດສຸມ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບດ້ວຍ ຫຼາຍຮູບການເຮັດໃຫ້ພະນັກ ງານ-ນັກຮົບມີແນວຄິດອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ໄດ້ເປັນຢ່າງດີ, ເອົາ ໃຈໃສ່ຊີ້ນໍາວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານການຍ້ອງ ຍໍຄົ້ນຄວ້າ ແລະ ນໍາສະເໜີຂັ້ນ ເທິງຍ້ອງຍໍປະເພດຕ່າງໆໃຫ້ກົມກອງລວມໝູ່ ແລະ ບຸກຄົນລວມມີ: ໃບຢັ້ງຢືນນາມມະຍົດນັກ ຮົບ ແຂ່ງຂັນຈໍານວນ 1 ໃບ, ຫຼຽນໄຊ ພິລະອາດຫານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ2.379 ຫນ່ວຍ,ໃບຍ້ອງຍໍ ກະຊວງປ້ອງ ກັນປະເທດຈໍາ ນວນ 2.125 ໃບ, ກົມໃຫຍ່ການເມືອງກອງທັບ ຈໍາ ນວນ 1.717 ໃບ, ຫຼຽນກາລະນຶກ 70 ກອງທັບປະຊາຊົນລາວ ຈໍາ ນວນ 689 ຫນ່ວຍ, ຫຼຽນກຽດຕິ ຄຸນກອງທັບປະຊາຊົນລາວ ຈໍາ ນວນ 48 ຫນ່ວຍ, ວຽກງານຄົ້ນຄວ້າປະຕິບັດນະໂຍບາຍຕ່າງໆ, ວຽກງານສະຫວັດດີການສັງຄົມ, ວຽກງານສະຖິຕິ ແລະ ວຽງານ ການຄຸ້ມຄອງພະນັກງານ. ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 6 ເດືອນປີ 2020 ອີກດ້ວຍ. ໂດຍ: ຈ່ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ