ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ທະຫານແຂວງສະຫວັນນະເຂດ ປະກາດແຕ່ງຕັ້ງຮັກສາການເລຂາ, ຮອງເລຂາຄະນະພັກກອງບັນຊາການ
ເວລາອອກຂ່າວ: 2020-07-23 09:27:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 394 | ຄວາມນິຍົມ:



ໃນວັນທີ 21 ກໍລະກົດ 2020 ນີ້, ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຮັກສາການເລຂາ,ຮອງເລຂາຄະນະພັກກອງບັນ ຊາການທະຫານແຂວງ.ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວ ໜ້າກົມປ້ອງກັນພາຍໃນ ກົມໃຫຍ່ ການເມືອງກອງທັບ, ມີສະຫາຍ ວົງເພັດ ໄຊສະຫງວນ ຮອງເລ ຂາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກົມຈັດ ຕັ້ງພັກກົມໃຫຍ່ການເມືອງກອງ ທັບ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງໃນອົງການ 5 ຫ້ອງ, ເຂົ້າຮ່ວມ. ໃນພີທີ ສະຫາຍ ສະຫວັນໄຊ ອາໃສ ຮັກສາການຫົວໜ້າຂະແໜງ ກໍ່ສ້າງພັກຄະນະຈັດຕັ້ງແຂວງ ຂຶ້ນຜ່ານມະຕິຕົກລົງຂອງຄະນະ ປະຈຳພັກແຂວງເລກທີ 1302/ຄປພຂ.ສຂ ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາ, ຮອງເລຂາ ແລະ ວ່າການປະທານກວດກາ ຄະນະພັກກອງບັນຊາການທະ ຫານແຂວງສະຫວັນະເຂດ, ຄະນະ ປະຈຳພັກແຂວງຕົກລົງສະຫາຍ ພັນເອກ ສີ ທະວີໄຊ ເປັນຮັກສາ ການເລຂາຄະນະພັກ, ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງເປັນ ຮັກສາການຮອງເລຂາ, ສະຫາຍ ພັນໂທ ຄຳຜົງ ພັດທະນາ ເປັນປະ ທານກວດກາພັກກອງບັນຊາ ການທະຫານແຂວງສະຫວັນ ນະເຂດ. ໂອກາດນີ້ ສະຫາຍ ວົງເພັດ ໄຊສະຫງວນ ກໍໄດ້ຮຽກຮ້ອງ ໃຫ້ພະນັກງານຫຼັກແຫຼ່ງໃນທົ່ວ ກອງບັນຊາການທະຫານແຂວງ ໂດຍສະເພາະຜູ້ທີ່ໄດ້ຮັບໜ້າທີ່ ໃໝ່, ຈົ່ງເອົາໃຈໃສ່ເຮັດວຽກງານ ສຶກສາອົບຮົມການເມືອງນຳພາ ແນວຄິດໃຫ້ພະນັກງານສະມາ ຊິກພັກ-ນັກຮົບເຊື່ອມຊຶມກຳ ແໜ້ນແນວທາງນະໂຍບາຍຂອງ ພັກກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບ, ເຕົ້າ ໂຮມຄວາມສາມັກຄີພາຍໃນໃຫ້ ເປັນປຶກແຜ່ນແໜ້ນໜາ, ເຮັດວຽກ ຕ້ອງປະຕິບັດຕາມຫຼັກການລວມ ສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ມີ ແບບແຜນວິທີເຮັດວຽກທີ່ສອດ ຄ່ອງ, ເພື່ອພ້ອມກັນຊີ້ນຳ-ນຳ ພາກອງບັນຊາການທະຫານ ແຂວງສະຫວັນະເຂດໃຫ້ມີຜົນ ງານອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ຂ່າວ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ