ປະກາດຮັບຮອງເອົາຄະນະບໍລິຫານງານພັກຫ້ອງວ່າການກະຊວງຊຸດໃໝ່ ສະໄໝທີ V
ເວລາອອກຂ່າວ: 2020-07-23 09:29:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ: ![]()
ພິທີປະກາດຮັບຮອງເອົາຄະ ນະບໍລິຫານງານພັກອົງການຫ້ອງ ວ່າການກະຊວງປ້ອງກັນປະເທດ ຊຸດໃໝ່ ສະໄໝທີ V ໄດ້ຈັດຂຶ້ນໃນ ວັນທີ 22 ກໍລະກົດ 2020 ນີ້, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະບໍລິຫານ ງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ , ກົມກອງ, ຫ້ອງ ການ, ພ້ອມດ້ວຍພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ທອງສີ ວິຈິດ ວົງສາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງຄະນະ ພັກກະຊວງປ້ອງກັນປະເທດວ່າ ດ້ວຍ ການຮັບຮອງເອົາອົງຄະນະ ພັກຫ້ອງວ່າການກະຊວງປ້ອງ ກັນປະເທດຊຸດໃໝ່ ສະໄໝທີ V ເຊິ່ງປະກອບມີ 13 ສະຫາຍຄື: ສະຫາຍ ພົນຕີ ຄຳສີ ວົງຄຳຊາວ, ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ, ສະຫາຍ ພົນຈັດ ຕະວາ ບຸນທອນ ສິດສຸວົງ, ສະ ຫາຍພັນເອກ ໄພວັນ ຈັນທະພົມ ມາ, ສະຫາຍ ພັນເອກ ເດືອນສະ ຫວັນ ສາຍພິມຄຳປະທຸມ, ສະຫາຍ ພົນຈັດຕະວາ ຄຳມີ ຫຼ້າບຸນທັນ, ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ສະຫາຍ ພັນເອກ ສີສະຫວາດ ວັນເພັງ, ສະຫາຍ ພັນເອກ ນາງ ທອງສີ ວົງພະຈັນ, ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນ, ສະຫາຍ ພັນເອກ ວິລະຕູ່ ວໍລະຈິດ, ສະຫາຍ ພັນ ເອກ ໂສວັດ ສັນຕິສຸກ, ສະຫາຍ ພັນເອກ ຕຸ້ມຄຳ ພົນເສນາ ໃນນີ້, ຕົກລົງຮັບຮອງເອົາຄະນະປະຈຳ ພັກປະກອບມີ 5 ສະຫາຍຄື: ສະ ຫາຍ ພົນຕີ ຄໍາສີ ວົງຄໍາຊາວ ສະຫາຍ, ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ,ສະຫາຍ ພົນຈັດຕະວາ ບຸນທອນ ສິດສຸ ວົງ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ, ສະຫາຍ ພັນ ເອກ ເດືອນສະຫວັນ ສາຍພິມຄໍາ ປະທຸມ, ຕົກລົງຮັບຮອງເອົາ ເລຂາ, ຮອງເລຂາຄະນະພັກ, ປະກອບມີ: ສະຫາຍ ພົນຕີ ຄໍາ ສີ ວົງຄໍາຊາວ ເປັນເລຂາຄະນະ ພັກ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ເປັນຮອງເລຂາຄະ ນະພັກ ແລະ ຕົກລົງຮັບຮອງເອົາ ປະທານ, ຮອງປະທານກວດກາ ພັກ ປະກອບມີ 3 ສະຫາຍຄື: ພົນຈັດຕະວາ ຄໍາມ່ວນ ເລືອງ ວັນຫຼ້າ ເປັນປະທານກວດກາພັກ, ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ເປັນຮອງປະທານກວດກາພັກ, ສະຫາຍ ພັນໂທ ຄໍາຊາວ ພົມມະໄທ ເປັນຮອງປະທານກວດກາພັກ.
ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສໍາ ຄັນຕໍ່ຄະນະບໍລິຫານງານພັກ ຫ້ອງວ່າການກະຊວງຊຸດໃໝ່ ເພື່ອເປັນແນວທາງໃຫ້ແກ່ການ ຊີ້ນຳ-ນຳພາເຮັດສຳເລັດໜ້າທີ່ ການເມືອງຂອງກົມກອງໃນຕໍ່ ໜ້າດ້ວຍໝາກຜົນສູງ.ຈາກ ນັ້ນ ຍັງໄດ້ຈັດກອງປະຊຸມເປີດ ກວ້າງຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ ໃນ ກອງປະຊຸມໄດ້ຍົກໃຫ້ເຫັນດ້ານ ດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ໃນໄລຍະຜ່ານມາຄະ ນະພັກໄດ້ເອົາໃຈໃສ່ຊີ້ນຳແຕ່ລະ ກົມກອງຈັດຕັ້ງປະຈຳການ ແລະ ປ້ອງກັນເປົ້າໝາຍສຳຄັນ ຕ່າງໆເຊັ່ນ: ປ້ອງກັນການນຳຂັ້ນ ສູງ, ສຳນັກງານ-ອົງການ, ຄ້າຍ ຄູ, ສາງ, ສູນ, ວັດຖຸ-ພາຫະນະ ,ເອກະສານສຳຄັນຕ່າງໆ, ຕິດ ຕາມສະພາບການເຄື່ອນໄຫວ ຂອງສັດຕູ ແລະ ກຸ່ມຄົນບໍ່ດີໃນ ຂອບເຂດຄວາມຮັບຜິດຊອບ ຂອງຕົນໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ, ເອົາໃຈໃສ່ ຊີ້ນໍາການປະຕິ ບັດໜ້າທີ່ເປັນ ເສນາທິການໃຫ້ຄະນະນຳກະ ຊວງໃນວຽກງານຄົ້ນຄວ້າ-ສັງ ລວມສະຫຼຸບຕີລາ, ວາງມະຕິຂອງ ຄະນະພັກກະຊວງ, ສະຫຼຸບ ແລະ ວາງທິດທາງວຽກງານຮອບ ດ້ານຂອງກະຊວງປ້ອງກັນປະ ເທດ, ບົດໂອ້ລົມ-ບົດຄຳເຫັນໃຫ້ ຂັ້ນເທິງປະສານສົມທົບກັບບັນ ດາກົມໃຫຍ່, ກົມກອງກຳລັງ ຫຼວງ-ກຳລັງທ້ອງຖິ່ນ ແລະ ບັນ ດາອົງການຂອງພັກ ແລະ ລັດ ຖະບານ ໃນການຈັດຕັ້ງປະຕິບັດ ວຽກງານຕາມການຊີ້ນໍາຂອງ ຂັ້ນເທິງໄດ້ທັນເວລາ, ຄຸ້ມຄອງ ແລະ ປົກປັກຮັກສາເອກະສານ ເຂົ້າ-ອອກປະຕູດຽວ ແລະ ຮັກ ສາໄດ້ຄວາມລັບ, ຊີ້ນຳວຽກງານ ການພົວພັນຮ່ວມມືກັບກອງທັບ ປະເທດຕ່າງໆເຊັ່ນ: ຄະນະຜູ້ແທນ ການທະຫານຂັ້ນ ສູງຂອງລາວ ໄປຢ້ຽມຢາມ, ແລກປ່ຽນບົດ ຮຽນຢູ່ຕ່າງປະເທດທັງ ໝົດ 20 ຄະນະ, ຕ້ອນຮັບຄະນະຜູ້ແທນ ຕ່າງປະເທດມາຢ້ຽມຢາມ ແລກ ປ່ຽນບົດຮຽນຢູ່ລາວທັງໝົດ 7 ປະເທດ ແລະ ການພົວພັນຮ່ວມ ມືຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ນອກນີ້ຍັງໄດ້ສ້າງຂະ ບວນການດ້ານຕ່າງໆພາຍໃນກົມ ກອງໃຫ້ມີບັນຍາກາດຟົດຟື້ນຕໍ່ ເນື່ອງເຮັດໃຫ້ບັນຍາກາດທົ່ວ ຫ້ອງ ວ່າການກະຊວງປ້ອງກັນ ປະ ເທດມີຄວາມເບີກບານມ່ວນຊື່ນ, ພະນັກງານ-ສະມາຊິກພັກ-ນັກ ຮົບມີຄວາມບຸກບືນຫ້າວຫັນຕໍ່ໜ້າ ທີ່ວິຊາສະເພາະກໍຄືໜ້າທີ່ການ ເມືອງຂອງຕົນທີ່ຂັ້ນເທິງມອບ ໝາຍໃຫ້ໃຫ້ສຳເລັດເປັນຢ່າງດີ. ກອງປະຊຸມໄດ້ຜ່ານທິດທາງແຜນການນຳພາປະຈຳ 6 ເດືອນທ້າຍປີ ຈາກນັ້ນ ສະຫາຍ ປະທານກອງ ປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນ ຫາວຽກງານຈຸດສຸມທີ່ສຳຄັນ ຈຳນວນໜຶ່ງຕໍ່ຄະນະພັກ-ຄະນະ ບັນຊາກົມກອງແນໃສ່ ເຮັດໃຫ້ ການຈັດຕັ້ງປະຕິບັດຄາດໝາຍ ສູ້ຊົນໃນ ຕໍ່ໜ້າບັນລຸໝາກຜົນສູງ.
ໂດຍ: ນາລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















