ກອງປະຊຸມພົບປະທາງໄກລະຫວ່າງ ນາຍົກລັດຖະມົນຕີ ສປປ ລາວ ກັບ ສປ ຈີນ
ເວລາອອກຂ່າວ: 2020-07-23 09:31:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ: ![]()
ໃນວັນທີ 21 ກໍລະກົດ 2020, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ສປປ ລາວ ໄດ້
ປະຊຸມພົບປະແບບທາງໄກ (Video Conference) ກັບ ສະຫາຍ ຫຼີ ເຄີ້ສຽງ ນາຍົກລັດ ຖະມົນຕີ ສປ ຈີນ ໂດຍຈຸດປະ ສົງເພື່ອເສີມຂະຫຍາຍການພົວ ພັນຮ່ວມມືແບບຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວ ນານຕາມທິດ 4 ດີ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນ ຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ.
ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຍິນດີທີ່ໄດ້ມີໂອກາດ ພົບປະກັບສະຫາຍນາຍົກລັດຖະ ມົນຕີ ຫຼີ ເຄີ້ສຽງ ຜ່ານລະບົບ ທາງໄກນີ້, ເຊິ່ງຖືເປັນກົນໄກອັນ ໃໝ່ຍ້ອນສະພາບໂຄວິດ-19. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ລັດ ຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະຕໍ່ຍາດຕິ ພີ່ນ້ອງ ແລະ ຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການນ້ຳຖ້ວມຢູ່ຫຼາຍ ແຂວງຂອງ ສປ ຈີນ ເຊິ່ງໄດ້ ສ້າງຄວາມສູນເສຍດ້ານຊີວິດ ແລະ ຊັບສິນເປັນຈຳນວນຫຼວງ ຫຼາຍ. ກອງປະຊຸມໃນຄັ້ງນີ້, ສອງ ຝ່າຍຍັງໄດ້ຕີລາຄາຄືນການພົວ ພັນຮ່ວມມືສອງຝ່າຍລາວ-ຈີນ ໂດຍສະເພາະໃນໄລຍະການ ແຜ່ລະບາດຂອງພະຍາດ ໂຄ ວິດ-19 ແລະ ການປະຕິບັດຜົນ ຂອງການພົບປະສອງນາຍົກ ໃນຕົ້ນເດືອນມັງກອນ 2020 ຜ່ານມາ ຢູ່ນະຄອນຫຼວງປັກກິ່ງ. ພ້ອມດຽວກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການໃຊ້ມາດຕະການປ້ອງ ກັນການແຜ່ລະບາດຂອງເຊື້ອ ພະຍາດ ໂຄວິດ-19 ຂອງສປ ຈີນ, ສປປ ລາວ ຖືວ່າເປັນໄຊ ຊະນະອັນໃຫຍ່ຫຼວງຂອງຈີນທັງ ເປັນບົດຮຽນສຳຄັນໃຫ້ໂລກອີກ ດ້ວຍ, ພ້ອມທັງສະແດງຄວາມ ຄວາມຂອບໃຈ ສປ ຈີນ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ສປປ ລາວ ໃນ ການປ້ອງກັນ ແລະ ຕໍ່ສູ້ກັບເຊື້ອ ພະຍາດ ໂຄວິດ-19 ນັບແຕ່ຕົ້ນຈົນ ເຖິງປັດຈຸບັນ ເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີຜູ້ຕິດເຊື້ອດັ່ງກ່າວເປັນ ເວລາຫຼາຍກວ່າ 3 ເດືອນແລ້ວ.
ສອງນາຍົກລັດຖະມົນຕີ ຍັງ ໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍ ເຊັ່ນ: ການຈັດຕັ້ງປະຕິບັດແຜນ ແມ່ບົດຄູ່ຮ່ວມຊະຕາກຳລາວ-ຈີນ, ຈີນ-ລາວ ທີ່ ສອງສະຫາຍເລ ຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມລົງນາມ ໃນເດືອນເມສາ ປີ 2019 ຜ່ານມາ; ການຮ່ວມ ມືດ້ານເສດຖະກິດ, ການຄ້າ, ການ ລົງທຶນ; ການເປີດຊ່ອງທາງດ່ວນ ເພື່ອອໍານວຍຄວາມສະດວກໃນ ການໄປມາຫາສູ່ຊຶ່ງກັນ ແລະ ກັນ; ການກະກຽມຈັດກອງປະຊຸມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3; ການກະກຽມແຜນ ການເດີນທາງຢ້ຽມຢາມ ສປ ຈີນ ຂອງການນຳຂັ້ນສູງຂອງ ສປປ ລາວ ໃນທ້າຍປີ 2020; ການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ທີ່ ນະຄອນໜານໜິງ ໃນເດືອນພະຈິກ 2020. ພ້ອມ ດຽວກັນນີ້, ໃນປີ 2021 ຈະເປັນ ປີຄົບຮອບວັນສ້າງຕັ້ງສາຍພົວ ພັນການທູດລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ (ວັນທີ 25 ເມສາ 1961 - 25 ເມສາ 2021) ແລະ ເປັນປີມິດຕະພາບ ລາວ-ຈີນ ໂດ ຍ ສອງຝ່າຍໄດ້ເຫັນດີຮ່ວມກັນຈັດ ຕັ້ງສະເຫຼີມສະຫຼອງຢ່າງມີບັນຍາ ກາດ ແລະ ມີຄວາມໝາຍເລິກເຊິ່ງ.
ໃນຕອນທ້າຍ ສະຫາຍ ທອງ ລຸນ ສີສຸລິດ ໄດ້ອວຍພອນສະຫາຍ ຫຼີ ເຄີ້ສຽງ ຈົ່ງມີພາລະນາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນພາລະກິດອັນສູງ ສົ່ງຂອງສະຫາຍ ແລະ ອວຍພອນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ຕາມທິດ 4 ດີ ບົນພື້ນຖານການ ເປັນຄູ່ຮ່ວມຊະຕາກໍາດຽວກັນ ແລະ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວຈາກ ສະຫາຍ ບຸນຍັງ ວໍລະ ຈິດ ເລຂາທິການໃຫຍ່ປະທານ ປະເທດ ເຖິງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະ ເທດ ແລະ ສະຫາຍ ຫຼີ ເຄີ້ສຽງ ກໍໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວຈາກສະຫາຍເລຂາທິການ ໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຊັ່ນດຽວກັນ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















