ກອງພັນໃຫຍ່ 703 ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ສະດັກກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ເວລາອອກຂ່າວ: 2020-07-23 09:36:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ: ![]()
ໃນວັນທີ 9 ກໍລະກົດ 2020
ນີ້ ກອງພັນໃຫຍ່ 703 ໄດ້ຈັດ
ຕັ້ງກອງປະຊຸມເຜີຍແຜ່ກົດໝາຍ
ວ່າດ້ວຍ ການຕ້ານສະກັດກັ້ນການ ຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍ ວ່າດ້ວຍ ສະຫະພັນນັກຮົບເກົ່າແຫ່ງຊາດລາວຂຶ້ນ ໂດຍເປັນປະທານຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງ
ຫົວໜ້າກົມກົດໝາຍກະຊວງ ປ້ອງກັນປະເທດ, ມີສະຫາຍ ພັນເອກ ຄໍາມ້າວ ວໍລະເດດ ຫົວ
ໜ້າການທະຫານ ກອງພັນໃຫຍ່
703, ມີຄະນະວິຊາການຈາກ ກົມກົດໝາຍກະຊວງປ້ອງກັນປະ ເທດ, ມີຄະນະກົມກວດກາສະ
ຫະພັນນັກຮົບເກົ່າແຫ່ງຊາດ ລາວ, ມີຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກ ຮົບເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະວິຊາການ ພະແນກໂຄສະ
ນາກົມກົດໝາຍ ກະຊວງປ້ອງ ກັນປະເທດ ໄດ້ຂຶ້ນເຜີຍແຜ່ ກົດ
ໝາຍ ວ່າດ້ວຍ ການຕ້ານສະກັດ ກັ້ນການຟອກເງິນ ແລະ ສະ
ໜອງທຶນໃຫ້ແກ່ການກໍ່ການຮ້າຍ ລວມມີ 7 ພາກ, 7 ໝວດ, 73
ມາດຕາ, ເອກະສານຜົນຮ້າຍ ຂອງການຟອກເງິນ ແລະ ສະ
ໜອງທຶນໃຫ້ແກ່ການກໍ່ການ ຮ້າຍ ປະກອບມີ 3 ພາກ ແລະ
ກົດໝາຍ ວ່າດ້ວຍ ສະຫະພັນ ນັກຮົບເກົ່າແຫ່ງຊາດລາວ ລວມມີ 10 ພາກ, 6 ໝວດ,
59 ມາດຕາ. ການຈັດຕັ້ງເຜີຍແຜ່
ກົດໝາຍຄັ້ັັ້ງນີ້ ເພື່ອເຮັດໃຫ້
ພະນັກງານ-ນັກຮົບທົ່ວກອງ ພັນໃຫຍ່ 703 ໄດ້ຮັບຮູ້ເຊື່ອມ ຊຶມກຳແໜ້ນຢ່າງເລິກເຊິ່ງ, ມີ ຄວາມເປັນເອກະພາບຕໍ່ຫຼັກການ, ລະບຽບການ ແລະ ມາດຕະການ ໃນການຈັດຕັ້ງປະຕີບັດເຄື່ອນ ໄຫວການຄຸ້ມຄອງຕິດຕາມກວດ ກາສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ ແລະ ຮັບຮູ້ເຖິງທີ່ຕັ້ງພາລະ ບົດບາດ, ສິດໜ້າທີ່ຂອງສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 9 ກັນຍາ 2002 ແລະ ໄດ້ປະ ກາດໃຊ້ກົດໝາຍ ວ່າດ້ວຍ ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ສະບັບເລກທີ 201/ປປທ, ລົງວັນທີ 30 ກໍລະກົດ 2018, ພ້ອມນີ້, ຍັງໄດ້ເຜີຍແຜ່ຂໍ້ຫ້າມ
ຂອງພະນັກງານສະມາຊິກສະຫະ
ພັນນັກຮົບເກົ່າໃຫ້ເຂົ້າໃຈຢ່າງ ເລິກເຊິ່ງ ແລະ ມີຄວາມຖືກຕ້ອງ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຍັງ ໄດ້ມີຄຳເຫັນຊີ້ແຈງຕໍ່ກົດໝາຍດັ່ງ ກ່າວ, ພ້ອມທັງເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາ ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 703 ຈົ່ງເອົາໃຈໃສ່ຕໍ່ໜ້າທີ່ວຽກງານ, ນຳເອົາເນື້ອໃນຈິດໃຈກົດໝາຍ ດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງຕາມໜ້າທີ່ວຽກງານຕົວ
ຈິງ. ຈາກນັ້ນ, ໄດ້ມອບປື້ມກົດ ໝາຍ ວ່າດ້ວຍ ການຕ້ານສະກັດ ກັ້ນການຟອກເງິນ ແລະ ສະ
ໜອງທຶນໃຫ້ແກ່ການກໍ່ການ ຮ້າຍ, ປື້ມກົດໝາຍ ວ່າດ້ວຍ ສະ
ຫະພັນນັກຮົບແຫ່ງຊາດລາວ
ໃຫ້ກອງພັນໃຫຍ່ 703 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















