ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ສານທະຫານ ພາກໃຕ້
ເວລາອອກຂ່າວ: 2020-07-23 09:37:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:



ໃນວັນທີ 9 ກໍລະກົດ 2020 ນີ້, ສານທະຫານພາກໃຕ້ໄດ້ ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ກໍາມະການຄະນະ ພັກກົມໃຫຍ່ ຫົວໜ້າຫ້ອງການ ເມືອງ ກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການກ່ຽວຂ້ອງ ພ້ອມ ດ້ວຍນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ຄອນສະຫວັນ ແກ້ວບຸນຈັນ ຮອງຫົວໜ້າພະ ແນກພະນັກງານ ກົມໃຫຍ່ການ ເມືອງກອງທັບ ຂຶ້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍ ທະຫານ ຈໍານວນ 26 ສະຫາຍ, ທົ່ວອົງການໄອຍະການສານທະ ຫານພາກໃຕ້ ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ, ເລື່ອນທຽບຊັ້ນ ພັນຕີ 6 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 11 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກບາງບັນຫາຕໍ່ບັນດາສະຫາຍທີ່ໄດ້ຮັບເລື່ອນຊັ້ນ, ເລື່ອນທຽບຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກ ງານຂອງຕົນໃຫ້ຖືກຕ້ອງສອດ ຄ່ອງ ແລະ ໂປ່ງໃສ, ມີຄວາມຍຸ ຕິທໍາ, ອົດທົນຜ່ານຜ່າອຸປະສັກຂໍ້ ຫຍຸ້ງຍາກຕ່າງໆ, ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ວຽກ ງານທີ່ໄດ້ຮັບການມອບໝາຍ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ