ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ໂຮງຮຽນທິດສະດີການເມືອງກອງທັບ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ
ເວລາອອກຂ່າວ: 2020-07-23 09:40:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2020, ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ເປີດຂະບວນການ ອອກແຮງງານ ແລະ ແຂ່ງ ຂັນກີລາເປຕັງ ເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 65 ປີ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັນຕະວາ ປອ ຄຳຜາຍ ສະ ພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສິດສະດີການເມືອງ ກອງທັບ, ມີຄະນະອໍານວຍການ, ຫົວໜ້າພະແນກ, ຄະນະວິຊາຄູ, ພະນັກງານ-ນັກຮົບ, ຊາວໜຸ່ມ-ແມ່ຍິງທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ທອງໃບ ສຸພາພັກດີ ຫົວໜ້າພະແນກ ສະຫະ ພັນແມ່ຍິງໂຮງຮຽນທິດສະດີ ການເມືອງກອງທັບ ໄດ້ກ່າວວ່າ: ການເປີດຂະບວນການແຂ່ງຂັນ ກີລາໃນຄັ້ງນີ້ ແມ່ນເພື່ອເປັນ ການສ້າງຂະບວນການສະເຫຼີມ ສະຫຼອງວັນສໍາຄັນຕ່າງໆ ຂອງ ຊາດ, ຂອງກອງທັບ, ໂດຍສະ ເພາະແມ່ນວັນສ້າງຕັ້ງສະຫະ ພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955-20 ກໍລະກົດ 2020 ) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ທັງເປັນການເຕົ້າໂຮມຮັດແໜ້ນ ຄວາມສາມັກຄີລະຫວ່າງຄະ ນະພັກ-ຄະນະອໍານວຍການ ກັບສະມາຊິກສະຫະພັນແມ່ຍິງ, ສະມາຊິກຊາວໜຸ່ມ, ແລະ ພະ ນັກງານ-ນັກຮົບ ພາຍໃນໂຮງ ຮຽນທິດສະດີການເມືອງກອງ ທັບ ໃຫ້ມີຄວາມແໜ້ນແຟ້ນ ແລະ ເລິກເຊິ່ງ. ໂດຍ: ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ