ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ກຸມພາ 2026

  

ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2020-07-23 09:46:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 293 | ຄວາມນິຍົມ:



ພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກກອງ ຮ້ອຍທະຫານຊາຍແດນ 122 ທະ ຫານແຂວງບໍ່ແກ້ວ ໄດ້ຈັດຂຶ້ນ ໃນວັນທີ 15 ກໍລະກົດ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເນັງສີດາ ເບຼຍລື ມົວ ຄະນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາ ການທະຫານແຂວງບໍ່ແກ້ວ, ມີ ສະຫາຍ ພັນຕີ ນ້ອຍ ກາອີງໂດຍ ຫົວໜ້າພະແນກຈັດຕັ້ງພັກ ກອງ ບັນຊາການ, ມີຄະນະພັກ-ຄະນະ ບັນຊາ ພ້ອມດ້ວຍສະມາຊິກພັກ ສົມບູນ-ສຳຮອງທົ່ວກອງຮ້ອຍ ເຂົ້າຮ່ວມ. ສະຫາຍ ພັນຕີ ຄຳແກ້ວ ແສງຄໍາຢອງ ເລຂາໜ່ວຍພັກ ຫົວໜ້າການທະຫານກອງຮ້ອຍ ທະຫານຊາຍແດນ 122 ໄດ້ຂຶ້ນ ຜ່ານບົດສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2019 ແລະ ທິດ ທາງແຜນການ ປະຈໍາປີ 2020, ຄະນະພັກ-ຄະນະບັນຊາ ໄດ້ສຸມ ໃສ່ການສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ, ເຊື່ອມຊຶມກຳແໜ້ນແນວທາງ ຂອງພັກ, ມະຕິຄຳສັ່ງຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍ ຂອງລັດ, ທິດທາງໜ້າທີ່ຂອງ ກອງທັບ, ຮູ້ເສີມຂະຫຍາຍມູນ ເຊື້ອປະຕິວັດ, ອຸດົມການຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ເຮັດສຳເລັດໜ້າທີ່ ທີ່ ພັກ-ລັດ ແລະ ປະຊາຊົນ ມອບ ໝາຍໃຫ້, ປັບປຸງບູລະນະການ ຈັດຕັ້ງພັກຕາມ 5 ຫຼັກການ 3 ທິດນໍາໂດຍຕິດພັນກັບການນໍາພາ ໝວດໝູ່ເຄື່ອນໄຫວປະຕິບັດໜ້າ ທີ່ຕາມພາລະບົດບາດຂອງຕົນ ເພື່ອເປັນກຳລັງແຮງໃຫ້ແກ່ ການຈັດຕັ້ງພັກ, ຄະນະພັກ, ສະ ມາຊິກພັກທຸກສະຫາຍຕ້ອງ ໄດ້ເປັນເຈົ້າການປະຕິບັດແບບ ແຜນນຳພາ ແລະ ວິທີເຄື່ອນ ໄຫວຂອງຕົນຕາມຫຼັກການລວມ ສູນປະຊາທິປະໄຕ ນຳພາເປັນໝູ່ ຄະນະ, ແບ່ງໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ, ປະຕິບັດລະ ບອບຮ່ວມຊີວິດພັກຢ່າງຖືກຕ້ອງ ດຳເນີນວຽກງານຕາມມະຕິ, ຕາມ ແຜນການ, ມີການກວດກາ, ສະ ຫຼຸບຖອດຖອນບົດຮຽນໃນແຕ່ລະ ໄລຍະ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ຈາກຜົນງານດັ່ງກ່າວເຮັດ ໃຫ້ໜ່ວຍພັກກອງຮ້ອຍທະຫານ ຊາຍແດນ 122 ທະຫານແຂວງ ບໍ່ແກ້ວ ສາມາດຍາດໄດ້ນາມມະ ຍົດເປັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2019. ໂອກາດນີ້, ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ໄດ້ຂຶ້ນມອບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍ ພັກກອງຮ້ອຍ 122 ຢ່າງສົມກຽດ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມ ກອງຍາດໄດ້ ແລະ ເນັ້ນໜັກ ບາງບັນຫາທິດເຍືອງທາງໃຫ້ ໜ່ວຍພັກ, ສະມາຊິກພັກຈົ່ງຮັກ ສາມູນເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄວ້ໃຫ້ໝັ້ນ ຄົງຕະຫຼອດໄປ, ເສີມຂະຫຍາຍ ຄວາມດຸໝັ່ນຂະຫຍັນພຽນໃນ ການປະຕິບັດໜ້າທີ່ວຽກງານ, ສ້າງໃຫ້ກົມກອງມີໃບໜ້າອັນ ໃໝ່ເພື່ອໃຫ້ກາຍເປັນກົມກອງ ວັດທະນະທຳ-ນັກຮົບວັດທະນະ ທຳໃນອະນາຄົດ. ໂດຍ: ສົມພອນ ແກ້ວສຸລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ