ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກອງຮາກຖານທີ່ຂຶ້ນກັບກອງພົນທີ 3 ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-12 08:39:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2018 ນີ້, ກອງພັນ 407 ແລະ ກອງພັນ 424 ໄດ້ຈັດພິທີປາຖະກະຖາວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການປາຖະ ກະຖາຂອງ ພັນເອກ ຄຳເຜີຍ ແສນປັນຍາ ອະດີດຫົວໜ້າການ ເມືອງກອງພົນທີ 3, ມີຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບທັງສອງກົມກອງເຂົ້າຮ່ວມ. ພັນເອກ ຄຳເຜີຍ ແສນປັນຍາ ກໍໄດ້ທົບທວນຄືນເຖິງປະຫວັດ ມູນເຊື້ອ, ຄວາມໝາຍຄວາມສຳ ຄັນຂອງວັນສ້າງຄັ້ງຂຶ້ນໃນວັນທີ 20 ມັງກອນປີ 1949 ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງຢູ່ເຂດຕາແສງ ລາວຮຸ່ງ ເມືອງຊຽງຄໍ້ ແຂວງ ຫົວພັນ ດິນແດນວີລະຊົນຂອງ ການປະຕິວັດລາວ. ນັບແຕ່ນັ້ນ ມາກອງທັບເຮົາໄດ້ເຄື່ອນໄຫວ ໂຄສະນາຂົນຂວາຍປະຊາຊົນບັນ ດາເຜົ່າເຂົ້າຮ່ວມການປະຕິວັດ ລາວ, ທັງປັບປຸງກໍ່ສ້າງກຳລັງ ທັງຕໍ່ສູ້ຕ້ານອິດທິກຳລັງປໍລະປັກ ຈັກກະພັດຕ່າງດ້າວທັງເກົ່າ ແລະ ໃໝ່ຢ່າງອົງອາດກ້າແກ່ນ ຍາດ ເອົາໄຊຊະນະອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຕົນ ປະກາດສາຖາປະນາ ປະເທດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວຂຶ້ນຢ່າງສະ ຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975. ນັບແຕ່ນັ້ນມາກອງທັບ ເຮົາກໍໄດ້ປະຕິບັດສອງໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງປັບປຸງກໍ່ສ້າງກຳລັງ ທັງເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ປັບປຸງສະຖານທີ່ຄ້າຍ ຄູ, ສ້າງເສດຖະກິດເພື່ອແກ້ໄຂຊີ ວິດການເປັນຢູ່ຂອງກົມກອງໃຫ້ ນັບມື້ມີຄວາມກ້າວໜ້າກາຍເປັນ ກອງທັບທີ່ມີແບບແຜນທັນສະ ໄໝ. ໂດຍ: ສຸລິພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ