ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະການຈັດຕັ້ງຂັ້ນພະແນກ ຢູ່ທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2018-12-12 08:42:16 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນທ້າຍເດືອນພະຈິກ 2018 ນີ້ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ປະກາດ ການຈັດຕັ້ງຂັ້ນພະແນກການ ຂອງຫ້ອງພະລາທິການກອງ ບັນຊາການທະຫານແຂວງໄຊ ສົມບູນຂ້ຶ້ນ ໂດຍການເປັນປະ ທານ ຂອງທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຄະນະພັກ ກົມໃຫຍ່ພະລາທິການກອງທັບ, ຫົວໜ້າກົມເສນາຮັກ, ມີຄະນະ ພັກ-ຄະນະບັນຊາ, ອົງການ 5 ຫ້ອງ ແລະ ພະນັກງານຫຼັກແຫຼ່ງ ໃນກອງບັນຊາການເຂົ້າຮ່ວມ. ພັນໂທ ໂນສັກ ພັນທະລາດ ຫົວໜ້າຫ້ອງການບໍລິຫານ ກົມ ເສນາຮັກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງ ທັບສະບັບ ເລກທີ 5444/ກມທ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ພະແນກເສນາຮັກທີ່ຂຶ້ນກັບກອງ ບັນຊາການທະຫານແຂວງໄຊ ສົມບູນ ຕົກລົງ ແຕ່ງຕັ້ງ ພັນໂທ ເພັດສົມພູ ພະສີສົມບັດ ເປັນຫົວ ໜ້າພະແນກເສນາຮັກ ກອງບັນ ຊາການທະຫານແຂວງໄຊສົມ ບູນ. ຫົວໜ້າກົມເສນາຮັກ ກົມໃຫຍ່ ພະລາທິການກອງທັບໄດ້ເນັ້ນ ໜັກຫຼາຍບັນຫາເປັນຕົ້ນແມ່ນ ການປັບປຸງວຽກງານເສນາຮັກ ໃຫ້ມີຄວາມເຂັ້ມແຂງ, ພັດທະນາ ຍົກລະດັບວິຊາສະເພາະໃນການ ເຮັດວຽກ, ຈົ່ງສຸມທຸກເຫື່ອແຮງ ເຂົ້າໃນວຽກງານວິຊາສະເພາະ ຂອງຕົນຍົກສູງຄຸນທາດການ ເມືອງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງເຮັດສໍາເລັດໜ້າທີ່ ທີ່ການ ຈັດຕັ້ງຂັ້ນເທິງມອບໝາຍ. ຂ່າວ: ແກ້ວ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ