ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫ່ຍເສນາທິການ ສ່ອງແສງວຽກງານຮອບດ້ານປະຈຳເດືອນທັນວາ ປີ 2018
ເວລາອອກຂ່າວ: 2018-12-12 09:10:22 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218887 | ຄວາມນິຍົມ:



ກົມໃຫຍ່ເສນາທິການກອງ ທັບ ໄດ້ຈັດກອງປະຊຸມສ່ອງ ແສງວຽກງານພັກ-ວຽກງານ ການເມືອງປະຈຳເດືອນ ທັນວາ ໃນວັນທີ 10 ທັນວາ 2018 ນີ້ ໂດຍກອງພັນ 15 ເຄມີເປັນເຈົ້າ ພາບພາຍໃຕ້ການເປັນປະທານ ຂອງ ພັນເອກ ກອງແກ້ວ ວໍລະ ຈິດ ກຳມະການຄະນະພັກກົມ ໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ເຊິ່ງມີບັນດາຄະນະພັກທີ່ມາ ຈາກກົມ, ຫ້ອງການ ແລະ ຄະນະ ພັກຮາກຖານ-ເລຂາໜ່ວຍພັກອ້ອມຂ້າງກົມໃຫຍ່ເສນາທິການ ເຂົ້າຮ່ວມ. ການສ່ອງແສງວຽກງານ ຮອບດ້ານໃນຄັ້ງນີ້ ກໍເພື່ອເປັນ ການລາຍງານຄືນໃນການຈັດ ຕັ້ງປະຕິບັດເນື້ອໃນວຽກງານ ຮອບດ້ານໃນໄລຍະ 1 ເດືອນທີ່ ຜ່ານມາຂອງບັນດາກົມກອງ ຮາກຖານທີ່ຂຶ້ນກັບກົມໃຫຍ່ເສ ນາທິການກອງທັບໃນການເຮັດ ສຳເລັດໜ້າທີ່ວຽກງານຂອງກົມ ກອງເປັນຕົ້ນແມ່ນເຮັດໃຫ້ສະ ພາບແນວຄິດຂອງພະນັກງານ-ນັກຮົບພາຍໃນກົມກອງມີຄວາມ ສະຫງົບໂດຍພື້ນຖານ, ພະນັກ ງານ-ນັກຮົບມີແນວຄິດອຸ່ນ ອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າ ທີ່ວຽກງານຂອງກົມກອງວາງ ອອກ, ມີສະຕິລະວັງຕົວຍົກສູງ ຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດເນື້ອໃນແຜນການ ວຽກງານແຕ່ລະໄລຍະໃຫ້ມີຜົນ ສຳເລັດດີ, ຈາກນັ້ນໃນກອງປະ ຊຸມແມ່ນໄດ້ເປີດໂອກາດໃຫ້ແຕ່ ລະພາກສ່ວນຂຶ້ນສະເໜີສະພາບ ຈຸດພິເສດພາຍໃນກົມກອງຂອງ ຕົນ ໂດຍລວມທີ່ກ່ຽວຂ້ອງກັບ ວຽກງານວິຊາສະເພາະໜ້າທີ່ ການເມືອງຂອງແຕ່ລະກົມກອງ ໂດຍຈັດຕັ້ງປະຕິບັດເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງ ພັກ, ກົດລະບຽບຂອງລັດສຸມໃສ່ ວຽກງານການເມືອງ, ນຳພາ ແນວຄິດ, ເພື່ອກະກຽມຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີທີ່ຈະ ມາເຖິງຢ່າງເປັນຂະບວນຟົດຟື້ນ ກວ້າງຂວາງ ແລະ ມີບັນຍາ ກາດ, ຊຸກຍູ້ຂະບວນກີລາ-ສິລະ ປະ-ວັນນະຄະດີ, ອອກແຮງ ງານເພີ່ມພູນຜະລິດຜົນ, ຕາມ ຈິດໃຈຂອງຂັ້ນເທິງຕາມທິດ 4 ປູກ 4 ລ້ຽງ ເພື່ອຂໍ່ານັບຊົມເຊີຍ ວັນສຳຄັນປະຫວັດສາດຕ່າງໆ ໃຫ້ເປັນຂະບວນຟົດຟື້ນ ທັງນີ້ກໍ ເພື່ອບູລະນະການຈັດຕັ້ງພັກຂັ້ນ ຮາກຖານບັນດາກົມກອງທີ່ຂຶ້ນ ກັບໃຫ້ມີຄວາມປອດໃສ ໜັກ ແໜ້ນ ເຂັ້ມແຂງ ປອດໄພ, ປອດ ຄະດີຕັ້ງໜ້າປະຕິບັດລະບອບ ການດຳເນີນຊີວິດການເມືອງ ພາຍໃນພັກບໍ່ໃຫ້ຂາດ ເສຍເງິນ ບຳລຸງພັກ ແລະ ຫຼັກການຄຸ້ມ ຄອງວຽກງານສະຖິຕິໂຄສະນາ ຂະຫຍາຍພັກ, ວຽກງານກວດ ກາປ້ອງກັນພັກໃຫ້ເປັນປົກກະຕິ. ໂອກາດນີ້ ພັນເອກ ກອງແກ້ວ ວໍລະຈິດ ກໍໄດ້ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາແຕ່ລະກົມ ກອງຈົ່ງສືບຕໍ່ເອົາໃຈໃສ່ການປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ, ການກວດກາຕີລາຄາແບ່ງປະ ເພດສະມາຊິກພະນັກງານໃຫ້ຖືກ ຕ້ອງຮັດກຸມຍຶດໝັ້ນໃນ 5 ຫຼັກ ການ 3 ທິດນຳຂອງພັກ, ເຮັດ ໃຫ້ການກໍ່ສ້າງພັກມີຄຸນະພາບ ດີຂຶ້ນຢ່າງຈະແຈ້ງສືບຕໍ່ປະຕິບັດ ຕາມແຜນການການກໍ່ສ້າງພະ ນັກງານສືບທອດປ່ຽນແທນ, ການສັບຊ້ອນ, ຄຸ້ມຄອງພະນັກ ງານໃຫ້ຖືກຕາມເງື່ອນໄຂມາດ ຖານຄວາມຮູ້-ຄວາມສາມາດ ຕົວຈິງຂອງພະນັກງານ, ເອົາໃຈ ໃສ່ປະຕິບັດນະໂຍບາຍດ້ານ ຕ່າງໆ ໃຫ້ແທດເໝາະເພື່ອເປັນ ການກະຕຸກຊຸກຍູ້ການປະຕິບັດ ໜ້າທີ່ຂອງບຸກຄົນໃຫ້ໄດ້ປະສິດທິພາບສູງ, ສືບຕໍ່ສຶກສາອົບຮົມ ການເມືອງ, ນຳພາແນວຄິດໃຫ້ ພະນັກງານ-ນັກຮົບຢູ່ກົມກອງ ຮາກຖານໃຫ້ມີຄວາມໜັກແໜ້ນ, ຈັດຕັ້ງເຊື່ອມຊຶມບັນດາເອກະ ສານ, ມະຕິຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນມະຕິກອງປະ ຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະ ພັກກະຊວງປ້ອງກັນປະເທດວ່າ ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກໃຫ້ແຂງ ແຮງ ແລະ ນຳໄປຈັດຕັ້ງຜັນ ຂະຫຍາຍໃຫ້ກາຍເປັນຮູບປະທຳ ເທື່ອລະກ້າວ, ຍົກສູງນ້ຳໃຈຮັບ ຜິດຊອບເຂົ້າໃນການສຶກສາອົບ ຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບພາຍໃນ ກົມກອງຢ່າງເປັນປົກກະຕິ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ