ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ໂຮງພີມກອງທັບ ຄົບຮອບ 55 ປີ
ເວລາອອກຂ່າວ: 2018-12-13 09:26:36 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນວັນທີ 12 ທັນວາ 2018 ນີ້, ໂຮງພິມກອງທັບ ໄດ້ຈັດພິທີ ສະເຫລີມສະຫລອງວັນສ້າງຕັ້ງ ໂຮງພິມກອງທັບຄົບຮອບ 55 ປີ ຂຶ້ນ ທີ່ຫ້ອງປະຊຸມຂອງກົມກອງ, ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ພົນຈັດຕະວາ ວົງ ສອນ ອິນປານພິມ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວຫນ້າກົມໃຫຍ່ ການເມືອງກອງທັບ ມີບັນດາສະ ຫາຍຄະນະຫ້ອງການເມືອງ, ກົມໂຄສະນາອົບຮົມ ກົມໃຫຍ່ ການເມືອງກອງທັບ, ຄະນະພັກ-ຄະນະອຳນວຍການໂຮງພິມ, ມີ ພະນັກງານປະຕິວັດອາວຸໂສບຳ ນານ, ຕະຫລອດຮອດແຂກຖືກ ເຊີນ ພະນັກງານວິຊາການ, ພະ ນັກງານ-ນັກຮົບທົ່ວໂຮງພິມ ກອງທັບເຂົ້າຮ່ວມ. ພັນໂທ ອຳພອນ ລິນອຸໄທ ເລຂາຄະນະ, ຫົວຫນ້າອຳນວຍ ການໂຮງພິມກອງທັບໄດ້ມີຄຳ ເຫັນ ແລະ ຫວນຄືນມູນເຊື້ອແຫ່ງ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງໂຮງພິມກອງທັບ ນັບແຕ່ ມື້ກຳເນີດ ແລະ ສ້າງຕັ້ງຂຶ້ນຕະ ຫລອດໄລຍະ 55 ປີຜ່ານມາ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ການ ກຳເນີດເກີດຂຶ້ນຂອງໂຮງພິມ ກອງທັບປົດປ່ອຍປະຊາຊົນລາວ ເປັນເຫດການ ການເມືອງທີ່ສຳ ຄັນໃນປະຫວັດສາດຂອງຊາດ ແລະ ຂອງກອງທັບເຮົາອັນເປັນ ຂີດໝາຍສຳຄັນຍິ່ງທີ່ສ່ອງແສງ ໃຫ້ເຫັນເຖິງການເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງຂອງ ກອງທັບປົດປ່ອຍປະຊາຊົນ ລາວ, ທັງເປັນການຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງຫນ້າທີ່ການເມືອງ ຂອງພັກ, ຂອງກອງທັບ ເປັນ ການກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຕີເອົາຊະນະສັດຕູຜູ້ຮຸກ ຮານ ແລະ ລູກແຫຼ້ງຕີນມືຂອງ ສັດຕູ, ເປັນການແນໃສ່ປຸກລະ ດົມປະຊາຊົນ ປະກອບສ່ວນກໍ່ ສ້າງກຳລັງປະກອບອາວຸດໃຫ້ ມີນໍ້າໃຈຮັກຊາດ ຄຽດແຄ້ນສັດຕູ ຜູ້ຮຸກຮານ ແລະ ທັງເປັນການສັນ ລະເສີນນໍ້າໃຈສູ້ຮົບພິລາດອາດ ຫານຂອງກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າ. ຕະຫຼອດໄລ ຍະ 55 ປີຜ່ານມາ ໂຮງພິມກອງ ທັບໄດ້ເຮັດໜ້າທີ່ການເມືອງໃນ ການປຸກລະດົມຂົນຂວາຍແນວ ທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ ຮັບໃຊ້ຖັນແຖວ ກອງທັບ ແລະ ສັງຄົມທົ່ວໄປ, ໃນປີ 1976 ໜັງສືພິມກອງທັບ ໄດ້ເລີ່ມຈັດພິມໜັງສືພິມກອງ ທັບຈຳນວນ 3.000 ສະບັບຕໍ່ ເດືອນ, ມີ 4 ໜ້າ, ຕໍ່ມາປີ 2003 ໄດ້ຈັດພິມໜັງສືພິມກອງທັບ 2 ຄັ້ງຕໍ່ອາທິດ. ລວມມີ 4 ໜ້າ, ຈຳ ນວນ 3.000 ສະບັບ, ຕໍ່ມາປີ 2005 ໄດ້ເພີ່ມມາເປັນ 6 ໜ້າຈຳ ນວນ 3.000 ສະບັບ ແລະ ມາໃນ ປີ 2008 ໄດ້ເລີ່ມພິມໜັງສືພິມ ກອງທັບອອກເປັນລາຍວັນມີ ຄວາມຍາວ 8 ໜ້າ. ຈຳນວນ 1.500 ສະບັບ ແລະ ສອດສີ 2 ໜ້າທຸກໆສະບັບ ແຕ່ອີງຕາມ ຮຽກຮ້ອງຕ້ອງການຂອງສັງ ຄົມມາໃນປີ 2013 ໜັງສືພິມ ກອງທັບກໍໄດ້ມີການສອດສີເພີ່ມ ຂຶ້ນມາອີກ ເຊິ່ງຈາກສອດສີ 2 ໜ້າເພີ່ມເປັນ 4 ໜ້າ, ຈາກເມື່ອ ກ່ອນພິມ 1.500 ສະບັບຕໍ່ວັນໄດ້ ເພີ່ມມາເປັນ 1.600 ສະບັບຕໍ່ ວັນ ແລະ ມາຮອດປັດຈຸບັນກໍໄດ້ ເພີ່ມມາເປັນ 1.700 ສະບັບຕໍ່ ວັນເພື່ອອອກມາຮັບໃຊ້ພາຍໃນ ກອງທັບ ແລະ ສັງຄົມທົ່ວໄປ. ຈາກຜົນງານທີ່ຍາດມາໄດ້ຕະ ຫຼອດໄລຍະ 55 ປີນັ້ນ, ໂຮງພິມ ກອງທັບກໍຄືຄະນະພັກ- ອຳນວຍ ການ,ພະນັກງານ-ນັກຮົບໄດ້ຮັບ ການຍ້ອງຍໍສັນລະເສີນຈາກ ພັກ- ລັດຖະບານຄື: ໄດ້ຮັບທຸງໄຊ 1 ຜືນ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ໜ່ວຍ, ຫຼຽນໄຊແຮງ ງານຊັ້ນ III ຈຳນວນ 3 ໜ່ວຍ, ໄດ້ຮັບຍ້ອງຍໍຂັ້ນຕ່າງໆຕື່ມອີກ ຈຳນວນ 8 ໃບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ