ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມກອງຮາກຖານທີ່ຂຶ້ນກັບກອງພັນໃຫຍ່ 703 ສຳເລັດກອງປະຊຸມໃຫຍ່ຂັ້ນຕົນ
ເວລາອອກຂ່າວ: 2018-12-13 09:34:13 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ໃນທ້າຍເດືອນ ພະຈິກ ຫາ ເດືອນ ທັນວາ 2018 ນີ້, ບັນ ດາກົມກອງຮາກຖານທີ່ຂຶ້ນກັບ ກອງພັນໃຫຍ່ 703 ໄດ້ສຳເລັດ ກອງປະຊຸມໃຫຍ່ຂອງຕົນຂຶ້ນ ຢ່າງເປັນທາງການ ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ພູຫລວງ ບົວພະຈັນ ຫົວ ຫນ້າການທະຫານກອງພັນໃຫຍ່ 703 ເຊິ່ງແຕ່ລະກົມກອງກໍໄດ້ ລາຍງານວຽກງານການຊີ້ນຳ- ນຳພາການເມືອງທັງສອງພາກ ມັນສ່ອງແສງເຖິງແບບແຜນວິທີ ເຮັດວຽກຂອງພະນັກງານສະມາ ຊິກພັກ, ເຊິ່ງຄະນະພັກ-ຄະນະບັນ ຊາໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງນຳພາແນວ ຄິດ, ຕິດພັນແຫນ້ນກັບຫນ້າທີ່ ວຽກງານວິຊາສະເພາະຂອງກົມ ກອງ, ເປັນເສນາທິການໃຫ້ແກ່ ຄະນະພັກຂັ້ນເທິງ, ທາງດ້ານ ວຽກງານຮັບປະກັນການບິນ, ກວດກາພາຫະນະເຕັກນິກໃຫ້ມີ ຄວາມພ້ອມຢູ່ສະເໝີ ໂດຍຕິດພັນ ກັບວຽກງານດັ່ງກ່າວຍັງຖືເອົາ ວຽກງານການກໍ່ສ້າງພັກ-ພະນັກ ງານຕາມ 5 ຫລັກການ 3 ທິດນຳ ຂອງພັກ ເປັນໄມ້ຫລາວັດແທກຄຸນ ທາດການເມືອງຂອງຕົນ, ເຫັນ ວ່າພະນັກງານສະມາຊິກພັກກໍໄດ້ ແນວທາງປ່ຽນແປງໃໝ່ຂອງພັກ ເຮົາ, ຮູ້ແຈ້ງກຳແຫນ້ນມິດ ແລະ ສັດຕູ, ພ້ອມກັນນັ້ນຍັງໄດ້ກະຕຸກ ຊຸກຍູ້ການສ້າງກອງ 3 ປອດ, ຍູ້ແຮງການສ້າງກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງວັດທະ ນະທຳ-ນັກຮົບວັດທະນະທຳ, ໂອກາດດັ່ງກ່າວແຕ່ລະກົມກອງ ຍັງໄດ້ປ່ອນບັດຄັດເລືອກເອົາຄະ ນະພັກຮາກຖານ ແລະ ຫນ່ວຍ ພັກຊຸດໃໝ່ເຫັນວ່າໄດ້ຕາມຄາດ ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ