ຫວຽດນາມ ບຸກສະເໝີມາເລເຊຍ 2-2 ຮອບຊິງຊະນະເລີດ ຊຸຊຸກິຄັບ 2018 ນັດທຳອິດ
ເວລາອອກຂ່າວ: 2018-12-13 10:29:09 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:
ທີມຊາດຫວຽດນາມຄອງ ຄວາມໄດ້ປຽບໃນນັດທຳອິດ ຂອງການແຂ່ງຂັນເຕະບານຊຸຊຸ ກິຄັບ 2018 ໃນວັນທີ 11 ທັນ ວາ 2018 ຜ່ານມາ ສາມາດເອົາ ສະເໝີກັບທີມຊາດມາເລເຊຍ 2-2 ປະຕູ, ນັດຕໍ່ໄປແຂ່ງຂັນທີ່ ຫວຽດນາມຖ້າຜົນອອກມາໂດຍ ບໍ່ມີປະຕູເກີດຂຶ້ນທີມຊາດຫວຽດ ນາມແມ່ນຈະໄດ້ຄອງແຊັມທັນ ທີ.
ການແຂ່ງຂັນເຕະບານຊຸຊຸກິ ຄັບ 2018 ຮອບຊີງຊະນະເລີດ
ນັດທຳອິດເປັນການເປີດສະໜາມ ຂອງທີມຊາດມາເລເຊຍພົບກັບ ທີມຊາດຫວຽດນາມ ເຊິ່ງໃນ
ເກມການແຂ່ງຂັນແຕ່ຕົ້ນເກມ ຫວຽດນາມຄອງບານໄດ້ດີກວ່າ ແລະ ມາໄດ້ 2 ປະ ຕູຢ່າງໄວວາ ໃນນາທີທີ 22 ແລະ ນາທີທີ 25 ຈາກນັ້ນ ມາເລເຊຍ ໄລ່ຕີ ຕື້ນຂຶ້ນມາເປັນ 1-2 ປະຕູ, ໃນ ທ້າຍເກມເຄິ່ງເວລາທຳອິດ, ເຄິ່ງ
ເວລາທີສອງທີມຊາດມາເລເຊຍ
ບຸກເຂົ້າໃສ່ຢ່າງຕໍ່ເນື່ອງຈົນມາ ໄດ້ປະຕູຕີສະເໝີໃນນາທີທີ 60 ແລະ ເກມກໍດຳເນີນໄປຄົບ ເວລາ
ທັງສອງທີມສະເໝີກັນ 2-2 ປະ
ຕູເຮັດໃຫ້ຕ້ອງໄປລຸ້ນໃນນັດສຸດ
ທ້າຍທີ່ບ້ານຂອງຫວຽດນາມທີ່ ຄອງຄວາມໄດ້ປຽບເປັນ ເຈົ້າເດີ່ນ
ແລະ ຖ້າຜົນການແຂ່ງຂັນອອກ
ມາ ໂດຍບໍ່ມີປະຕູຂອງທັງສອງ
ທີມຈະເຮັດໃຫ້ທີມຊາດຫວຽດ ນາມໄດ້ແຊັມທັນທີເນື່ອງຈາກ ກົດປະຕູຫວຽດນາມຍິງປະຕູ ໃນ ບ້ານຂອງມາເລເຊຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ