ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດກອງປະຊຸມວຽກງານ ປກຊ-ປກສ 4 ແຂວງພາກເໜືອ ແລະ 1 ກອງພົນປະຈຳປີ 2018
ເວລາອອກຂ່າວ: 2018-12-14 10:43:44 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ກອງປະຊຸມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບຂອງບັນດາແຂວງຄື: ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ ແລະ ກອງພົນທີ 3 ປະ ຈຳປີ 2018 ແລະ ວາງທິດທາງ ແຜນການປະຈຳປີ 2019 ໄດ້ ສຳເລັດລົງໃນວັນທີ 12 ທັນວາ 2018 ນີ້, ໂດຍແມ່ນກອງບັນ ຊາການທະຫານແຂວງຫຼວງ ນໍ້າທາ ເປັນເຈົ້າພາບພາຍໃຕ້ ການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ຜູ້ປະຈຳການຄະນະ ກຳມະການ ປກຊ-ປກສ ຂັ້ນ ສູນກາງ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແລະ ເຂົ້າຮ່ວມ ຂອງຄະນະກຳມະການຮັບຜິດ ຊອບວຽກງານ ປກຊ-ປກສ ຈາກ 4 ແຂວງ ແລະ 1 ກອງພົນ. ກອງປະຊຸມປະຈຳປີ 2018 ໄດ້ສະຫລຸບຕີລາຄາຄືນສະພາບ ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ພາຍໃນ 4 ແຂວງ ພາກເໜືອ ແລະ 1 ກອງພົນ ໃນ ນີ້ໄດ້ຕີລາຄາສະພາບລວມຂອງ ໂລກ, ພາກພື້ນ ແລະ ສະພາບ ລວມພາຍໃນປະເທດເວົ້າລວມ ເວົ້າສະເພາະກໍແມ່ນ 4 ແຂວງ ພາກເໜືອ ໂດຍພາຍໃຕ້ການຊີ້ ນຳ-ນຳພາຂອງພັກ-ລັດຖະບານ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ ແລະ ບັນດາແຂວງ ພາກເໜືອ ແລະ ກອງພົນທີ 3 ເວົ້າລວມ ເວົ້າສະເພາະກໍແມ່ນ ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າໄດ້ຕັ້ງ ໜ້າປະຕິບັດສອງໜ້າທີ່ຍຸດທະ ສາດມະຕິກອງປະຊຸມໃຫຍ່ຄັ້ງ ທີ X ຂອງພັກ ອັນທີ່ພົ້ນເດັ່ນແມ່ນ ສະພາບລວມໃນ 4 ແຂວງພາກ ເໜືອ ສືບຕໍ່ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ລະບົບ ການເມືອງຢູ່ຂັ້ນຮາກຖານໄດ້ ຮັບການປັບປຸງໃຫ້ໜັກແໜ້ນ ກຳລັງ ປກຊ-ປກສ ນັບມື້ເຕີບ ໃຫຍ່ເຂັ້ມແຂງ ນອກນັ້ນຍັງມີ ບາງດ້ານທີ່ຈະຕ້ອງສືບຕໍ່ເອົາໃຈ ໃສ່ແກ້ໄຂ ສ່ວນທິດທາງໃນຕໍ່ ໜ້າກອງປະຊຸມໄດ້ເອກະພາບ ສຸມໃສ່ສືບຕໍ່ວຽກງານກໍ່ສ້າງ ຮາກຖານການເມືອງຢ່າງແຂງ ແຮງ ເຮັດຢ່າງມີຈຸດສຸມ ແລະ ຕໍ່ເນື່ອງຕາມ 4 ເນື້ອໃນ ແລະ 4 ຄາດໝາຍ ເປັນເຈົ້າການເກັບ ກຳສະພາບຮອບດ້ານ, ເອົາໃຈ ໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນ ສັງຄົມຢ່າງຕັ້ງໜ້າ, ປົກປັກຮັກ ສາຄວາມສະຫງົບເປັນລະບຽບ ຮຽບຮ້ອຍຕາມບໍລິເວນຊາຍ ແດນ ແລະ ບັນຫາອື່ນໆ. ກອງ ປະຊຸມຍັງໄດ້ມີການປະກອບ ຄຳຄິດຄຳເຫັນຈາກແຕ່ລະພາກ ສ່ວນເຂົ້າໃສ່ວຽກງານ ປກຊ-ປກສ ເພື່ອເຮັດໃຫ້ທິດທາງວຽກ ງານ ປກຊ-ປກສ ປະຈຳປີ 2019 ໄດ້ຮັບການຈັດຕັ້ງປະຕິ ບັດ ແລະ ບັນລຸຕາມຄາດໝາຍທີ່ກອງປະ ຊຸມໄດ້ກຳນົດໄວ້. ຕອນທ້າຍຂອງກອງປະຊຸມ ທ່ານພົນໂທ ຈັນສະໝອນ ຈັນ ຍາລາດ ໄດ້ໃຫ້ກຽດໂອ້ລົມ ເຊິ່ງ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຊີ້ນຳ-ນຳ ພາການຈັດຕັ້ງປະຕິບັດວຽກ ງານ ປກຊ-ປກສ ໃນໄລຍະ 1 ປີ ຜ່ານມາ, ໂດຍໄດ້ສູ້ຊົນຜ່ານຜ່າ ອຸປະສັກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ ແຕ່ກໍເຮັດສຳເລັດໜ້າທີ່ຂອງຕົນ ພ້ອມກັນນັ້ນ ທ່ານກໍໄດ້ຍົກໃຫ້ ເຫັນສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ, ໃນໂອກາດດັ່ງກ່າວທ່ານພົນ ເອກ ຈັນສະໝອນ ຈັນຍາລາດ ກໍ ໄດ້ແນະນຳຫຼາຍບັນຫາທີ່ສຳຄັນ ໃຫ້ແກ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະແຂວງ ແລະ ກອງພົນນຳໄປຈັດຕັ້ງຜັນຂະ ຫຍາຍຢູ່ກົມກອງທ້ອງຖິ່ນຂອງ ຕົນໃຫ້ໄດ້ຮັບຜົນດີ ແລະ ຕິດພັນ ກັບຂະບວນການແຂ່ງຂັນສ້າງ ຜົນງານຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີຢ່າງເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ