ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານ ແລະ ໜ່ວຍພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2018-12-14 11:02:08 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ນັບແຕ່ທ້າຍເດືອນພະຈິກ 2018 ເປັນຕົ້ນມາ ມີຫຼາຍຄະນະ ພັກຮາກຖານ ແລະ ໜ່ວຍພັກໄດ້ ດຳເນີນກອງປະຊຸມໃຫຍ່ຂັ້ນ ຂອງຕົນ ໃນນັ້ນ,ມີຄະນະພັກ ຮາກຖານຫ້ອງການບໍລິຫານ ສູນເຝິກອົບຮົມທີ່ຂຶ້ນກັບກອງພັນ ໃຫຍ່ 101 ທີ່ຂຶ້ນກັບກອງພົນທີ 1, ກອງພົນທີ 5, ຄະນະພັກຮາກ ຖານກອງພັນທີ 3 ທີ່ ຂຶ້ນກັບ ກອງພັນໃຫຍ່ 941, ໜ່ວຍພັກ ຮາກຖານຫ້ອງຄົ້ນຄວ້າວິທະ ຍາສາດ-ປະຫວັດສາດການ ທະຫານ, ວພກ, ໜ່ວຍພັກຂະ ແໜງອົບຮົມທີ່ຂຶ້ນກັບຄະນະພັກ ຮາກຖານໂຮງຮຽນທະຫານ ທ້ອງຖິ່ນແຂວງວຽງຈັນ, ໜ່ວຍ ພັກທີ 2 ຫ້ອງການເມືອງທະ ຫານແຂວງເຊກອງ, ໜ່ວຍພັກ ພະແນກບໍລິຫານກອງພັນໃຫຍ່ 584 ແລະ ໜ່ວຍພັກໂຮງຮຽນ ການເມືອງ-ການທະຫານທ້ອງ ຖິ່ນແຂວງຄຳມ່ວນ ໂດຍແຕ່ລະ ໜ່ວຍ, ມີຄະນະພັກ-ຄະນະບັນ ຊາ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ. ໃນກອງປະຊຸມແຕ່ລະຄະນະ ພັກຮາກຖານ ແລະ ແຕ່ລະໜ່ວຍ ພັກໄດ້ຕີລາຄາຄືນຕໍ່ຂົງເຂດການ ນຳພາ ວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໂດຍຕິດພັນກັບການປັບປຸງກໍ່ ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ,ໜັກແໜ້ນ ຕາມ 5 ຫຼັກ ການ 3 ທິດນຳຂອງພັກວາງ ອອກຄະນະໜ່ວຍພັກໄດ້ຖືສຳ ຄັນການສຶກສາອົບຮົມການ ເມືອງແນວຄິດໃຫ້ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກສາ ມາດເຮັດສຳເລັດໜ້າທີ່ການ ເມືອງຂອງກົມກອງທີ່ຂັ້ນເທິງ ມອບໝາຍໃຫ້ເປັນ ຢ່າງດີ. ພ້ອມກັນນີ້ກໍໄດ້ປະກອບຄຳຄິດ ຄຳເຫັນ ແລະ ຊອກຫາວິທີການ ປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງ ໃຫ້ຂາດຕົວເພື່ອເຮັດໃຫ້ການ ນຳພາຂອງພັກໃນຕໍ່ໜ້າໄດ້ຮັບ ຜົນສູງກວ່າເກົ່າ, ຈາກນັ້ນກອງ ປະຊຸມໄດ້ດຳເນີນປ່ອນບັດຄັດ ເລືອກເອົາຄະນະພັກຮາກຖານ ແລະ ໜ່ວຍພັກຊຸດໃໝ່ໄດ້ຕາມ ຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ