ກວດກາການສ້າງກອງວັດທະນະທຳ - ນັກຮົບວັດທະນະທຳ ຢູ່ໂຮງຮຽນ 303
ເວລາອອກຂ່າວ: 2020-10-14 08:26:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ: ![]()
ໃນວັນທີ 12 ຕຸລາ 2020 ນີ້, ສະຫາຍ ພົນຕີ ຈັນທອງ ສອນ ຕະອາດ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວກວດກາຊີ້ນຳການ ສ້າງກອງວັດທະນາທຳ-ນັກຮົບ ວັດທະນະທຳຢູ່ໂຮງຮຽນ 303 ເຊິ່ງໃຫ້ການຕ້ອນຮັບ ໂດຍຄະ ນະພັກ-ຄະນະອຳນວຍການໂຮງ ຮຽນພ້ອມດ້ວຍອົງການຈັດຕັ້ງ ມະຫາຊົນຊາວໜຸ່ມ-ແມ່ຍິງ.
ສະຫາຍ ພັນໂທ ສັນຕິ ເພັດ ດວງສິດ ເລຂາຄະນະພັກ, ຫົວ
ໜ້າການເມືອງໂຮງຮຽນ 303
ໄດ້ຂຶ້ນລາຍງານການກໍ່ສ້າງກອງວັດທະນະທຳ ແລະ ນັກຮົບວັດທະ ນະທຳ ປະຈຳປີ 2020 ວ່າ: ໂດຍ
ປະຕິບັດທິດຊີ້ນຳຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ປັບປຸງ, ກໍ່ສ້າງກອງທັບປະຊາຊົນ ລາວ ໃຫ້ກາຍເປັນກອງທັບປະຕິ ວັດມີແບບແຜນທັນສະໄໝໂດຍ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ
ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ, ປະຕິບັດຕາມ
ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບສະບັບເລກທີ
1645/ກມທ ວ່າດ້ວຍ ການ
ສ້າງກອງວັດທະນະທຳ ແລະ ນັກ ຮົບວັດທະນະທຳ ໃນກອງທັບປະ ຊາຊົນລາວ, ສະເພາະຢູ່ໂຮງຮຽນ 303 ກໍແມ່ນໂຮງຮຽນກໍ່ສ້າງ ນາຍສິບເຫຼົ່າຮົບຕີພິເສດ ແລະ ໄດ້
ຮັບການສ້າງຕັ້ງຂຶ້ນ ໃນວັນທີ 1
ມີນາ 1966 ທີ່ບ້ານນາເມືອງ ເມືອງວຽງໄຊ ແຂວງຫົວພັນມີໜ້າ ທີ່ບຳລຸງ ແລະ ກໍ່ສ້າງພະນັກງານ-ນັກຮົບ, ນາຍສິບລະບົບຊັ້ນຕົ້ນ ຂອງເຫຼົ່າຮົບຕີພິເສດຂອງກອງ ທັບປະຊາຊົນລາວ, ລະບົບການ ຈັດຕັ້ງປະກອບມີ 5 ພະແນກ
ການມີ 1 ກອງພັນນັກຮຽນຂຶ້ນ
ກັບ, ມີ 3 ໝວດຂຶ້ນກັບ, ມີອົງການ ຈັດຕັ້ງພັກ, ອົງການຈັດຕັ້ງບັນຊາ ແລະ ອົງການຈັດຕັ້ງມະຫາຊົນ, ເຊິ່ງໄລຍະຜ່ານມາຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວນຄິດ, ເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງ ທັບ ແລະ ບັນດາເນື້ອໃນເອກະ ສານ, ສ້າງນັກຮົບວັດທະນະທຳ ແລະ ກົມກອງວັດທະນະທຳຢ່າງ ເລິກເຊິ່ງ, ເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງ ໜັກແໜ້ນ, ຄຸນສົມບັດສິນທຳປະ ຕິວັດ ເຊື່ອໝັ້ນຕໍ່ການນຳພາຂອງພັກມີຄວາມຮັບຜິດຊອບສູງຕໍ່ໜ້າ
ທີ່ວຽກງານການເມືອງທີ່ໄດ້ຮັບການມອບໝາຍເປັນເຈົ້າການສ້າງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ສ້າງຕົນເອງ ໃຫ້ກາຍເປັນບຸກຄົນຕົວແບບກ້າວຂຶ້ນເປັນນັກຮົບວັດທະນະທຳ,
ຜ່ານການກວດກາຕີລາຄາແບ່ງປະເພດນັກຮົບວັດທະນະທຳປະ
ຈຳສົກ 2020 ທັງໝົດ 472 ສະ ຫາຍ, ບຸກຄົນນຳໜ້າ ປະເພດ1
ມີຈຳນວນ 381 ສະຫາຍ, ເທົ່າ
ກັບ 80,72%, ບຸກຄົນນຳໜ້າ
ປະເພດ2 ມີຈຳນວນ 91ສະ ຫາຍ, ເທົ່າກັບ19,27%, ພ້ອມ ນັ້ນ, ຄະນະພັກ-ຄະນະບັນຊາແຕ່ ລະຂັ້ນແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງ ໜ້າ. ໃນນີ້, ການຊີ້ນຳ-ນຳພາ, ພະ
ນັກງານ-ນັກຮົບເຂົ້າໃນການປັບ ປຸງກໍ່ສ້າງກົມກອງເປັນຕົ້ນແມ່ນ ການປັບປຸງກໍ່ສ້າງເຮືອນນອນ, ຫ້ອງການ, ຫ້ອງນ້ຳ, ເຮືອນຄົວ
ລວມ ແລະ ສະຖານທີ່ຄ້າຍຄູໃຫ້ ມີຄວາມສະອາດຈົບງາມ, ມີການ
ຈັດສັນສະຖານທີ່ປູກຕົ້ນໄມ້ກິນ ໝາກ, ປູກຕົ້ນໄມ້ປະດັບຕາມ ເສັ້ນທາງ, ໄປຄຽງຄູ່ກັນນັ້ນຍັງ ໄດ້ຍົກສູງນ້ຳໃຈເພິ່ງຕົນເອງ ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຈາກການປູກ-ການລ້ຽງ, ໃນນັ້ນມີໜອງປາ
ຈຳນວນ 5 ໜອງ, ປ່ອຍປາແລ້ວ
150.000 ໂຕ, ສະໜອງພືດຜັກ ເຂົ້າເຮືອນຄົວ ລວມໄດ້ 17.425
ກິໂລ ເປັນເງິນ 86 ລ້ານກວ່າ
ກີບ, ສະໜອງຊີ້ນ-ປາເຂົ້າເຮືອນ
ຄົວລວມໄດ້ 3,877 ກິໂລ ເປັນ
ເງິນ 152 ລ້ານກວ່າກີບ, ລາຍ
ຮັບຈາກາກນຂາຍນຳ້ດື່ມ 55
ລ້ານກວ່າກີບ, ລວມລາຍຮັບທັງ ໝົດ 157 ລ້ານກວ່າກີບ, ຫຼັງຈາກ
ນັ້ນຄະນະກວດກາກົມກອງວັດ ທະນະທຳ ກໍໄດ້ພ້ອມກັນລົງກວດ ກາເບິ່ງພື້ນທີ່ການຜະລິດ, ພື້ນ ຖານໂຄງຮ່າງການຈັດຕັ້ງ, ລະບົບ
ຫ້ອງການ, ເຮືອນນອນ, ເຮືອນ ຄົວ, ເຮືອນກິນເຂົ້າ, ສະໂມສອນ, ສະຖານທີ່ຄ້າຍຄູ ແລະ ອື່ນໆເຫັນ ວ່າມີທ່າກ້າວຂະຫຍາຍຕົວດີ.
ໂດຍ: ແສງສຸລີ ພົມມະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















