ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງສາລະວັນ ເຜີຍແຜ່ກົດໝາຍໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2020-10-14 08:44:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838270 | ຄວາມນິຍົມ:



ໃນວັນທີ 12 ຕຸລາ 2020 ນີ້, ກອງບັນຊາການທະຫານ ແຂວງສາລະວັນ ໄດ້ຈັດຕັ້ງເຜີຍ ແຜ່ກົດໝາຍ ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ປອ ບຸນເພັງ ສີປະເສີດ ຮອງຫົວໜ້າ ກົມກົດໝາຍກະຊວງປ້ອງກັນ ປະເທດ, ມີ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຮອງຫົວ ໜ້າການເມືອງກອງບັນຊາການ, ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານ ແຂວງສາ ລະວັນພ້ອມຄະນະພັກ-ຄະນະ ບັນຊາກອງບັນຊາການ, ພະ ແນກການ 5 ຫ້ອງ ຕະຫຼອດ ຮອດພະນັກງານ-ນັກຮົບກົມ ກອງອ້ອມຂ້າງເຂົ້າຮ່ວມ. ໃນພິທີ ວິຊາການພະແນກໂຄ ສະນາເຜີຍແຜ່ກົດໝາຍ, ກົມກົດ ໝາຍ ກະຊວງປ້ອງກັນປະເທດ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ກົດ ໝາຍ, ເຊິ່ງກົດໝາຍທີ່ນຳມາ ເຜີຍແຜ່ໃນຄັ້ງນີ້ ລວມມີກົດ ໝາຍອາຍາ, ກົດໝາຍແພ່ງ, ກົດໝາຍ ວ່າດ້ວຍຄອບຄົວສະ ບັບປັບປຸງເລກທີ 05/ສພຊ ລົງວັນທີ 26 ກໍລະກົດ 2008 ແລະ ກົດໝາຍ ວ່າດ້ວຍ ຢາເສບ ຕິດສະບັບປັບປຸງເລກ ທີ 10/ສພຊ ລົງວັນ ທີ 25 ທັນວາ 2007, ໃນນັ້ນ, ໄດ້ລົງເລິກ ເນັ້ນໜັກ ກ່ຽວກັບກົດໝາຍການຕ້ານສະ ກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ. ຈຸດປະສົງໃນການ ເຜີຍແຜ່ໂຄສະນາໃນຄັ້ງນີ້ກໍເພື່ອ ແນໃສ່ເຮັດໃຫ້ພະນັກງານ-ນັກ ຮົບທົ່ວກອງບັນຊາການທະຫານ ແຂວງສາລະວັນ ຮັບຮູ້ເຊື່ອມ ຊຶມ ແລະ ເຂົ້າໃຈແຈ້ງກ່ຽວກັບ ເນື້ອໃນຄວາມໝາຍ, ຄວາມສຳ ຄັນຂອງແຕ່ລະກົດໝາຍ ພ້ອມ ກັນນຳໄປຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງຕາມຂໍ້ມູນຫຼັກການຂອງ ກົດໝາຍທີ່ກຳນົດໄວ້ ເພື່ອຫຼີກ ລ່ຽງການກະທຳຜິດ ແລະ ຈາກ ບັນຫາທີ່ຈະເກີດຂຶ້ນໃນສັງຄົມ, ຖັນແຖວຂອງກອງທັບກໍຄືຂອງ ກົມກອງໃນສະເພາະໜ້າ ແລະ ຍາວນານ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ປອ ບຸນເພັງ ສີປະເສີດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນທົ່ວກອງບັນຊາ ການທະຫານ ແຂວງສາລະວັນ ຈົ່ງພ້ອມໃຈກັນເພີ່ມທະວີສຶກສາ ອົບຮົມການເມືອງ-ແນວຄິດຂອງ ພະນັກງານ-ນັກຮົບຂອງຕົນໃຫ້ ສູງກວ່າເກົ່າ, ໃຫ້ເຂົາເຈົ້າເຊື່ອມ ຊຶມກຳແໜ້ນຢ່າງລະອຽດກ່ຽວ ກັບບັນດາກົດໝາຍທີ່ໄດ້ເຜີຍ ແຜ່ໃນຄັ້ງນີ້, ພ້ອມທັງນຳໄປ ເປັນແບບແຜນການດຳລົງຊີວິດ ທັງສ່ວນຕົວ ແລະ ສ່ວນລວມ, ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມຂໍ້ກຳນົດກົດໝາຍວາງອອກ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງຈາກ ບັນຫາທີ່ຈະເກີດຂຶ້ນທາງສັງຄົມ ລວມໄປເຖິງຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວອີກດ້ວຍ. ໂດຍ: ຖາວອນ ສຸວັນນະພິມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ