ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ
ເວລາອອກຂ່າວ: 2020-10-15 08:40:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ: ![]()
ໃນວັນທີ 14 ຕຸລາ 2020 ນີ້,
ສະຫາຍ ພົນຕີ ອ່ອນສີ ແສນສຸກ
ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະໄດ້
ລົງກວດກາເບິ່ງຄວາມຄືບໜ້າ ຂອງການກໍ່ສ້າງໂຄງການອະນຸ ສາວະລີນັກບິນທະຫານ ອະດີດ
ສະຫະພາບໂຊວຽດທີ່ຈຸດກໍ່ສ້າງ
ບ້ານອາກາດ, ເມືອງສີໂຄດຕະ
ບອງ, ນະຄອນຫຼວງວຽງຈັນ, ໃຫ້ການ ຕ້ອນຮັບໂດຍມີ ສະຫາຍພົນຈັດຕະວາ ພູຫຼວງ ບົວພະຈັນ
ຫົວໜ້າການເມືອງກອງບັນຊາ ການທະຫານອາກາດ, ມີສະຫາຍ ສົມພັດ ສຸພັດທອນ ປະທານບໍລິ
ສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ ຈຳກັດ (SCS) ແລະ ພາກສ່ວນທີ່ກ່ຽວ ຂ້ອງໃຫ້ການຕ້ອນຮັບ.
ສະຫາຍ ສົມພັດ ສຸພັດທອນ ໄດ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸ ສາວະລີ ນັກບິນທະຫານ ອະດີດ ສະຫະພາບໂຊວຽດໄດ້ຮັບອະນຸ ມັດໃຫ້ກໍ່ສ້າງຂຶ້ນ ໂດຍແມ່ນກະ ຊວງປ້ອງກັນປະເທດເປັນເຈົ້າ ຂອງໂຄງການ ແລະ ມອບໝາຍ ໃຫ້ບໍລິສັດຂອງຂ້າພະເຈົ້າເປັນ ຜູ້ຮັບເໝົາກໍ່ສ້າງ ເຊິ່ງທັງສອງ ຝ່າຍໄດ້ເຊັນສັນຍາຮ່ວມກັນໃນ ຕົ້ນເດືອນພຶດສະພາຜ່ານມາ ແລະ ລົງມືກໍ່ສ້າງໃນເດືອນມິຖຸນາ 2020 ນີ້, ມາຮອດປັດຈຸບັນການ ກໍ່ສ້າງແມ່ນສຳເລັດ 100% ຖື ວ່າສຳເລັດກ່ອນແຜນການທີ່ກຳ ນົດໄວ້.
ໂຄງການກໍ່ສ້າງດັ່ງກ່າວເປັນ ການຮ່ວມມືກັນຂອງທັງສອງລັດ ຖະບານລາວ ແລະ ຣັດເຊຍ ກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ, ທັງນີ້ເພື່ອເປັນ ການສະແດງຄວາມກະຕັນຍູຮູ້ ບຸນຄຸນ ແລະ ຈາລຶກຜົນງານຄຸນ ງາມຄວາມດີຂອງອະດີດນັກບິນ ທະຫານຣັດເຊຍທີ່ເສຍຊີວິດຢູ່ ລາວ ພວກເຮົາໃນໄລຍະທີ່ຜ່ານ ມາ ແລະ ເປັນສະຖານທີ່ສຶກສາ ຮຽນຮູ້ຂອງອະນຸຊົນໃນອະນາ ຄົດ, ໂດຍສະເພາະແມ່ນໃນໂອ ກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ- ຣັດເຊຍ ຄົບຮອບ 60 ປີໃນປີ 2020 ນີ້.
ໂຄງການດັ່ງກ່າວມີເນື້ອທີ 400 ກວ່າຕາເມັດ, ກໍ່ສ້າງໂດຍ ເປຕົງເສີມເຫຼັກທີ່ແໜ້ນໜາ, ພ້ອມ ດ້ວຍສິ່ງຕົບແຕ່ງປະດັບປະດາ ເປັນຕົ້ນແມ່ນປູກຫຍ້າມີຮົ້ວ ແລະ ດອກໄມ້ອ້ອມຮອບຕັ້ງຢູ່ແຄມຖະ ໜົນຢ່າງສະຫງ່າອົງອາດຈະ ກາຍເປັນສັນຍາລັກອັນໃໝ່ຂອງ ການຮ່ວມມືຂອງທັງສອງປະເທດ ລາວ-ຣັດເຊຍ ພວກເຮົາ, ເຊິ່ງ ຈະເປີດນຳໃຊ້ຢ່າງເປັນທາງການ ໃນມໍ່ໆນີ້.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















